ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ

ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ - 474745352 1163190582476865 9022745369858987818 n - ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ
ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ - kitchen vibe - ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ

ວັນທີ 24 ມັງກອນ 2025 ນີ້, ພົທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ລາຍງານໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ວ່າ: ໄລຍະ 2024 ຜ່ານມາ ສປປ ລາວ ໄດ້ສຸ່ມໃສ່ດໍາເນີນຄະດີຄ້າງມາແຕ່ປີ 2023 ມີ 13 ເລື່ອງ ມີຜູ້ຖືກຫາ 27 ຄົນ, ຍິງ 14 ຄົນ, ຜູ້ຖືກຫາຕ່າງປະເທດ 13 ຄົນ, ຍິງ 4 ຄົນ, ມີຜູ້ຖືກເຄາະຮ້າຍ 22 ຄົນ ເປັນຍິງທັງໝົດ, ອາຍຸຕໍ່າກວ່າ 18 ປີ ມີ16 ຄົນ.

ໃນປີ 2024 ມີຄະດີເຂົ້າໃໝ່ 46 ເລື່ອງ ຜູ້ຖືກຫາ 95 ຄົນ ຍິງ 39 ຄົນ, ຕ່າງປະເທດ 43 ຄົນ ຍິງ 2 ຄົນ, ມີຜູ້ຖືກເຄາະຮ້າຍ 85 ຄົນ ຍິງ 77 ຄົນ, ຕໍ່າກວ່າ 18 ປີ 43 ຄົນ ຍິງ 40 ຄົນ. ພ້ອມນັ້ນ, ໄດ້ຊ່ວຍເຫລືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ເປັນຕົ້ນແມ່ນ ສະຖານທີ່ພັກເຊົາຊົ່ວຄາວ, ອາຫານ, ເຄື່ອງ ນຸ່ງຫົ່ມ, ເຄື່ອງໃຊ້ອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ.ເຊິ່ງປີ 2024 ຜ່ານມາມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ໄດ້ເຂົ້າຮັບການບໍາບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ 127 ຄົນ ຍິງ 116 ຄົນ, ເປັນຄົນຕ່າງປະເທດ 2 ຄົນ; ໄດ້ນຳສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດ ແລະ ສູ່ຄອບຄົວ 104 ຄົນ ຍິງ 96 ຄົນ; ໄດ້ຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງຈາກການຄ້າມະນຸດ 962 ຄົນ ຍິງ 133 ຄົນ, ໃຫ້ຄໍາປຶກສາເຊິ່ງໜ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນ ໄດ້ທັງໝົດ 54 ຄັ້ງ.

ທີ່ມາ: ໜັງສືພິມປ້ອງກັນຄວາມສະຫງົບ

ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ - 4 - ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ
ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ - 3 - ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ
ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ - 5 - ປີ 2024 ທົ່ວປະເທດມີຄະດີຄ້າມະນຸດ 46 ເລື່ອງ ຈັບຜູ້ຖືກຫາໄດ້ 95 ຄົນ ຊ່ວຍຜູ້ເຄາະຮ້າຍໄດ້ 85 ຄົນ