ສານສູງສຸດຂອງຊີແອດເຕິນ ບໍ່ເຫັນດີ ແລະ ສັ່ງຫ້າມ ປະຕິບັດຄຳສັ່ງຂອງທ່ານ ທຣຳ ທີ່ຈະບໍ່ໃຫ້ສັນຊາດກັບເດັກນ້ອຍເກີດໃໝ່


ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ວັນທີ 24 ມັງກອນ 2024 ນີ້ ຜູ້ຕັດສິນຄະດີ ສານສູງສຸດ ຂອງລັດຖະບານກາງ ສະຫະລັດອາເມລິກາ ໃນເມືອງຊີແອດເຕິນ ໄດ້ສັ່ງຫ້າມລັດຖະບານ ຂອງປະທານາ ທິບໍດີ ໂດນັລ ທຣຳ ບໍ່ໃຫ້ບັງຄັບໃຊ້ຄຳສັ່ງວ່າດ້ວຍສິດທິໃນການໄດ້ຮັບສັນຊາດໂດຍກຳເນີດ ໃນສະຫະ ລັດ ອາເມລິກາ ຫລື ຈະບໍ່ມີການອະນຸມັດໃຫ້ສັນຊາດກັບເດັກນ້ອຍເກີດໃໝ່ ຖ້າຫາກພໍ່ແມ່ຂອງເດັກເຫຼົ່ານັ້ນບໍ່ແມ່ນພົນລະເມືອງສະຫະລັດ ຫຼື ຜູ້ຢູ່ອາໄສຖາວອນຕາມກົດໝາຍ ໂດຍຜູ້ພິພາກສາເຫັນວ່າ ຄຳສັ່ງດັ່ງກ່າວຂອງ ທຣຳ ແມ່ນ ຂັດຕໍ່ລັດຖະທຳມະນູນຢ່າງແທ້ຈິງ.
ບໍ່ພຽງເທົ່າໃດວັນ ຄໍາສັ່ງຂອງໂດນັລ ທຣຳ ກາຍເປັນປະເດັນຮ້ອງຟ້ອງເຖິງ 5 ຄະດີ ໂດຍກຸ່ມສິດທິມະນຸດ ແລະ ໄອຍະການສູງສຸດຂອງພັກເດໂມແຄຼັດຈາກ 22 ລັດ ເຊິ່ງເອີ້ນຄໍາສັ່ງດັ່ງກ່າວນັ້ນວ່າ ເປັນການລະເມີດລັດຖະທໍາມະນູນຂອງສະຫະລັດອາເມລິກາ.
ຄຳສັ່ງຂອງປະທານາທິບໍດີ ທຣຳ ລະບຸວ່າ ເດັກນ້ອຍທີ່ເກີດໃໝ່ ຫຼັງວັນທີ 19 ກຸມພາ ມີພໍ່ແມ່ທີ່ບໍ່ແມ່ນພົນລະເມືອງ ຫຼື ບໍ່ໄດ້ອາໄສຖາວອນຕາມກົດໝາຍ ຂອງອາເມລິກາ ຈະຕ້ອງຖືກເນລະເທດ ແລະ ຈະບໍ່ສາມາດຮັບໝາຍເລກປະກັນສັງຄົມ ແລະ ສະຫວັດດີການຕ່າງໆຂອງລັດຖະບານ ແລະ ບໍ່ສາມາດເຮັດວຽກຢ່າງຖືກກົດໝາຍໄດ້ ເມື່ອອາຍຸຫຼາຍຂຶ້ນ.
ຕາມການລາຍງານລະບຸວ່າ: ຖ້າຫາກຄຳສັ່ງຂອງ ທ່ານ ທຣຳໄດ້ຮັບການອະນຸມັດ ແລະ ນຳໃຊ້ຢ່າງຈິງຈັງແລ້ວ ທຸກປີຈະມີເດັກເກີດໃໝ່ຫຼາຍກວ່າ 150,000 ຄົນ ຈະຖືກປະຕິເສດສິດໃນການເປັນພົນລະເມືອງຂອງ ສະຫະລັດ ອາເມລິກາ.