ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ

ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - image 6 - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ
ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - kitchen vibe - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ

ສຳນັກຂ່າວເກົາຫລີລາຍງານວ່າ: ຊົນ ຊາງ ວັນ ອະດີດປະທານບໍລິຫານ Korea Airports Corporation ເຊິ່ງເປັນຜູ້ລິເລີ່ມໂຄງການພັດທະນາທ່າອາກາດນາໆຊາດມູອັນ ຖືກພົບເຫັນເສຍຊີວິດປິດສະໜາ ພາຍໃນບ້ານພັກພັກສ່ວນຕົວ ໃນເມືອງກຸນໂປ ແຂວງຄະຢອງກີ ໃນວັນອັງຄານທີ່ຜ່ານມາ ຫລັງເກີດເຫດເສົ້າສະຫລົດເຮືອບິນຂອງສາຍການບິນເຊຈູແອ ເຈືອກອອກຣັນເວ ແລະມີຄົນເສຍຊີວິດ 179 ຄົນ ບາດເຈັບ 2 ຄົນ.

ຕຳຫລວດເມືອງກຸນໂປ ຊີ້ແຈງວ່າ ຢືນຢັນພົບເຫັນສົບຜູ້ເສຍຊີວິດໃນເຮືອນພັກສ່ວນຕົວ, ຈາກການສືບສວນເບື້ອງຕົ້ນ ແມ່ນບໍ່ພົບຮ່ອງຮອຍໃນການຖືກທຳຮ້າຍໃດໆ ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນຫາສາເຫດໃນການເສຍຊີວິດທີ່ຊັດເຈນ.

ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - Visit Laos Visit SALANA BOUTIQUE HOTEL - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ
ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - Visit Laos Visit SALANA BOUTIQUE HOTEL - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ

ໃນຂະນະທີ່ທາງຕໍາຫລວດແຂວງ ຊອນລາໃຕ້ ກຳລັງຫາສາເຫດເຄື່ອງບິນເຈືອກອອກຣັນເວ ໃຫ້ຮູ້ວ່າ ຜູ້ເສຍຊີວິດບໍ່ແມ່ນຜູ້ຕ້ອງສົງໄສ ແລະບໍ່ໄດ້ຖືກສອບປາກຄຳໃນຖານະພະຍານຈາກເຫດການດັ່ງກ່າວ.

ກ່ອນໜ້ານີ້ ຊົນ ຊາງ ວັນ ເຄີຍໄດ້ເປັນຕຳແໜ່ງປະທານຂອງ Korea Airports Corporation ຕັ້ງແຕ່ປີ 2018-2022 ແຕ່ຖືກສັງຄົມວິຈານ ແລະຖືກຕັ້ງຄຳຖາມເຖິງມາດຕະຖານຄວາມປອດໄພຂອງໂຄງສ້າງກຳແພງຄອນກຣີດທີ່ສ້າງຂຶ້ນໃກ້ກັບຣັນເວ ໃນປີ 2020 ທີ່ມີສ່ວນເຮັດໃຫ້ເກີດເຫດສະຫລົດເທື່ອນີ້ ຫລື ບໍ່ ເຊິ່ງທາງເຈົ້າໜ້າທີ່ຕໍາຫລວດກໍາລັງສອບສວນຢ່າງລະອຽດ.

ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - 4 - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ
ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - 3 - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ
ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ - 5 - ພົບສົບ ອະດີດປະທານບໍລິຫານສະໜາມບິນ ມູອັນ ເສຍຊີວິດປິດສະໜາໃນເຮືອນພັກ