ລາວ-ໄທ ພົບປະແລກປ່ຽນຮ່ວມມືປາບປາມອາຊະຍະກຳຂ້າມຊາດ

ວັນທີ 24 ມັງກອນ 2025ອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ແລະ ໄອຍະການໄທລຽບຕາມຊາຍແດນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການ ປາບປາມອາຊະຍາກຳຂ້າມຊາດ ທ່ານ ຄຳແດງ ຂັນຕະມາລາ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ, ທ່ານ ຈຸມພົນ ພັນສຳລິດ, ຮອງຫົວໜ້າ ໄອຍະການສູງສຸດແຫ່ງຣາຊະອານາຈັກໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງ 2 ຝ່າຍເຂົ້າຮ່ວມ.
ສອງຝ່າຍ ໄດ້ຮ່ວມການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ລາຍງານໃຫ້ກັນຮັບຊາບກ່ຽວກັບສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ຂອງອົງການໄອຍະການປະຊາຊົນໃນໄລຍະຜ່ານມາແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າຂອງສອງຝ່າຍ, ຕີລາຄາສູງຕໍ່ກັບການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ເພີ່ມທະວີການປະສານສົມທົບໃນການຕ້ານ ແລະສະກັດກັ້ນອາຊະຍາກຳຂ້າມຊາດໂດຍສະເພາະອາຊະຍາກຳກ່ຽວກັບຢາເສບຕິດ, ການຄ້າມະນຸດ, ການດຳເນີນຄະດີຢາເສບຕິດຕາມປະມວນກົດໝາຍຢາເສບຕິດໄທ, ການດຳເນີນຢາເສບຕິດຂອງ ສປປ ລາວ, ແລກປ່ຽນການຮ່ວມມືໃນການປາບປາມອາຊະຍາກຳຂ້າມຊາດລະ ຫວ່າງ ສປປ ລາວ ແລະຣາຊະອານາຈັກໄທ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍໃນບັນຫາ ທາງອາຍາບົນພື້ນຖານວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະກັນ ທາງດ້ານກົດໝາຍໃນບັນຫາອາຍາກຳລະຫວ່າງຣາຊະອານາຈັກໄທ ແລະສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ.
ສອງຝ່າຍຍັງໄດ້ຖືໂອກາດແລກປ່ຽນບົດຮຽນ, ຄວາມຮູ້ ແລະປະສົບການການປະຕິບັດວຽກຕົວຈິງໃນການປະຕິບັດກົດໝາຍ, ລະບຽບການ ແລະວິທີຕ້ານອາຊະ ຍາກຳຂ້າມຊາດຢ່າງມີປະສິດທິຜົນ, ພ້ອມທັງປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານກຳນົດຄວາມຫຍຸ້ງຍາກ, ອຸປະສັກ ແລະສິ່ງທ້າທາຍລວມທັງສະເໜີແນະນຳທີ່ເປັນປະໂຫຍດ ແລະສິ່ງທີ່ປະຕິບັດໄດ້ໃນການຕ້ານການຄ້າຂາຍຢາເສບຕິດ ແລະ ອາຊະຍາກຳຂ້າມຊາດ ແລະວຽກງານອື່ນໆທີ່ກ່ຽວຂ້ອງ.