ກະຊວງຍຸຕິທໍາລາວ-ຫວຽດນາມສະຫຼອງການຮ່ວມມືຄົບຮອບ 35 ປີ

ພິທີສະເຫຼີມສະຫຼອງວັນຄົບຮອບ 35 ປີ (1982-2017) ແຫ່ງການຮ່ວມມືມິດຕະພາບ ລະຫວ່າງກະຊວງຍຸຕິທໍາແຫ່ງ ສປປ ລາວ ແລະ ສສ.ຫວຽດນາມ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີກະຊວງຍຸຕິທໍາ ໄຊສີ ສັນຕິວົງ ແລະ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທໍາ ສສ. ຫວຽດນາມ, ພ້ອມດ້ວຍຄະນະນຳຂັ້ນສູງຂອງສອງກະຊວງດັ່ງກ່າວ ແລະ ບັນດານັກສຶກສາໃນຂົງເຂດຍຸຕິທຳເຂົ້າຮ່ວມຈໍານວນຫລາຍ.
ໃນພິທີ, ທ່ານ ໄຊສີ ສັນຕິວົງ ມີຄໍາປາໄສວ່າ: ພາຍຫຼັງການເຊັນສັນຍາຮ່ວມມືສອງຝ່າຍລະຫວ່າງກະຊວງຍຸຕິທຳລາວ ແລະ ຫວຽດນາມ ໃນປີ 1982 ເປັນຕົ້ນມາ, ກະຊວງຍຸຕິທຳຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການກົດໝາຍ-ຍຸຕິທຳ ແລະ ວັດຖຸອຸປະກອນຮັບໃຊ້ວຽກງານໃນດ້ານຕ່າງໆ ເປັນຈໍານວນຫລາຍ ເຊັ່ນ: ໄດ້ສົ່ງຊ່ຽວຊານ-ວິຊາການ ມາຊ່ວຍສ້າງຫຼັກສູດການຮຽນ-ການສອນ, ຊ່ວຍສ້າງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ ແລະ ຍຸຕິທຳໃຫ້ແກ່ ສປປ ລາວ, ເຊິ່ງຕະຫຼອດ 35 ປີຜ່ານມາ, ສາມາດສ້າງນັກກົດໝາຍນັບແຕ່ຊັ້ນກາງຂຶ້ນໄປໄດ້ຫລາຍກວ່າ 600 ຄົນ, ລວມທັງການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງວັດຖຸເຕັກນິກຈຳເປັນໃຫ້ແກ່ສະຖາບັນ ແລະ ກະຊວງຍຸຕິທຳຂອງລາວ ເປັນຈຳນວນຫຼາຍ. ພ້ອມນີ້ຍັງໄດ້ປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເລື້ອຍມາ, ໂດຍສະເພາະໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວຽກງານຍຸຕິທຳບັນດາແຂວງຊາຍແດນລາວ-ຫວຽດນາມ ອັນເປັນພື້ນຖານໃນການພົວພັນຮ່ວມມືລະຫວ່າງສອງກະຊວງດັ່ງກ່າວໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມນັບມື້ກ້າວເຂົ້າສູ່ລວງເລິກ ແລະແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍການນຳຂອງສອງກະຊວງຍຸຕິທຳລາວ ແລະ ຫວຽດນາມ ກໍໄດ້ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບໃບຍ້ອງຍໍຈາກສອງພັກ ແລະ ລັດຖະບານ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳຂອງ ສປປ ລາວ ແລະ ສສ ຫວຽດນາມຕະຫຼອດໄລຍະ 35 ປີຜ່ານມາ.