ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ

ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - 474808741 1068710185273768 8585609376174958612 n - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ
ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - kitchen vibe - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ

ສຳນັກຂ່າວຊ່ອງ 3 ຂອງໄທລາຍງານວ່າ: ເຈົ້າໜ້າທີ່ສອບສວນກາງ ຂອງໄທຖະແຫລງຂ່າວ ການຈັບກຸມ ກຸ່ມຂະບວນການຄ້າມະນຸດ ໂດຍໃຊ້ແພັດຟອມເວັບໄຊອອນລາຍ ໂດຍໄດ້ເຂົ້າຊ່ວຍເຫລືອເດັກຜູ້ຍິງ ອາຍຸ 16 ແລະ 17 ປີ ຈໍານວນ 2 ຄົນ ໄດ້ຮັບການຄຸ້ມຄອງ ໂດຍກຸ່ມລັກລອບເປີດເວັບໄຊ ຄ້າປະເວນີອອນລາຍ ຫລາຍກວ່າ 4 ປີ ມີຜູ້ຍິງທີ່ຄ້າປະເວນີ ຜ່ານເວັບໄຊ້ປະມານ 46,000 ຄົນ ມີລາຍໄດ້ກວ່າ 100 ລ້ານບາດ ແລະມີເງິນໝູນວຽນທີ່ກ່ຽວຂ້ອງກັບການຄ້າປະເວນີ ລວມຫລາຍກວ່າ 3,000 ລ້ານບາດ 

ຈັບຜູ້ກະທຳຜິດທີ່ເປັນແອດມີ້ນໃນການເປີດເວັບໄຊ້ຟິວແຟນ ໃນການເປັນແຟດຟອມອອນລາຍກາງໃນການໂຄສະນາຄ້າປະເວນີ ຈຳນວນ 5 ຄົນ ໂດຍກຸ່ມນີ້ມີພື້ນຖານດ້ານຄອມພິວເຕີເປັນຢ່າງດີ ເປັນໂປຣແກມເມີ້ ເຄີຍເຮັດທຸລະກິດກ່ຽວກັບເທັກໂນໂລຢີມາກ່ອນ ຈຶ່ງໃຊ້ເທັກນິກໃນການປິດບັງຂ້ອນໂຕ ອັນພາໃຫ້ຍາກຕໍ່ການຕິດຕາມຈັບຂອງເຈົ້າໜ້າທີ່.

ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ
ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ

ກຸ່ມແອດມິນເວັບໄຊ້ ຈະໄດ້ຮັບເງິນທີ່ເປັນຄ່າໂຄສະນາຈາກການຄ້າປະເວນີ ໂດຍໃຊ້ການເຕີມເງິນຜ່ານລະບົບ ທຣູມັນນີ ແລະປົກປິດຕົວຕົນໃນການກວດສອບຂໍ້ມູນ ສ້າງລະບົບໃຫ້ມີການນຳເລກທຣູມັນນີ ເຂົ້າໄປເຕີມເງິນໃນເວັບໄຊຟິວແຟນ ແລະເງິນຈະຜ່ານເຂົ້າໄປເຕີມໃນເກມອອນລາຍ ນອກຈາກນັ້ນ ຍັງໃຊ້ວິທີການເທັກນິກທາງຄອມພິວເຕີ ໃນການປິດບັງເວັບໄຊ້ວ່າຕັ້ງຢູ່ຕ່າງປະເທດ.

ນອກຈາກນັ້ນ ມີການຈັບຜູ້ກະທຳຜິດຄ້າມະນຸດ ໂດຍເປັນແມ່ເລົ້າສັນຊາດລາວ ທີ່ມີການນຳເດັກນ້ອຍຍິງທີ່ເປັນຄົນລາວ ອາຍຸຕ່ຳກວ່າ 18 ປີ ໃຫ້ບໍລິການໂດຍການຊອກຫາປະໂຫຍດຈາກກການຄ້າປະເວນີ ໄດ້ຮັບສ່ວນແບ່ງທີ່ໄດ້ຈາກກການຄ້າມະນຸດ ເດືອນລະ 1-2 ແສນບາດ ໂດຍເຮັດມາເປັນເວລາ 2 ປີ ທີ່ໂພດໂຄສະນາຄ້າປະເວນີ ຜ່ານເວັບໄຊ້ຟິວແຟນ.

ທາງເຈົ້າໜ້າທີ່ສອບສວນກາງ ໄດ້ສັ່ງໃຫ້ມີການກວດຄົ້ນ ແລະຈັບກຸມ ຈຳນວນ 6 ຈຸດ ພື້ນທີ່ຂອບເຂດກຸງເທບ ໂດຍມີການກວດຢຶດຊັບສິນທີ່ກ່ຽວຂ້ອງ ເຊັ່ນ ປື້ມບັນຊີທະນາຄານ, ເງິນສົດ, ໃບຕາດິນ, ລົດ ແລະລວມເຖິງຊັບສິນທີ່ມີຄ່າອື່ນໆອີກຈຳນວນຫລາຍ ລວມມູນຄ່າປະມານ 34 ລ້ານບາດ ແລະໄດ້ອາຍັດເງິນໃນບັນຊີທະນາຄານ ປະມານ 6 ລ້ານບາດ ລວມອາຍັດຊັບສິນທີ່ກ່ຽວຂ້ອງກັບການຟອກເງິນ ລວມຫລາຍກວ່າ 40 ລ້ານບາດ.

ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - 3 - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ
ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - 4 - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ
ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ - 5 - ເຈົ້າໜ້າທີ່ໄທ ເຂົ້າຈັບກຸມ ກຸ່ມຄ້າມະນຸດທາງເວັບໄຊ ຟິວແຟນ ຄົນລາວມີສ່ວນຮ່ວມ ແລະ ເຄີຍເປັນເຫຍື່ອ