ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​

ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - 474974868 1085237176963921 597277704595687225 n - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​
ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - kitchen vibe - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​

ທ່ານ​ ອຸດົມສິນ​ ສີຊານົນ​ ຫົວໜ້າ​ພະ​ແນກ​ສຶກສາທິການ​ ແລະ​ ກິລາ​ ແຂວງອັດຕະປື​ ໄດ້ຕອບຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການແກ້ໄຂການປະລະການຮຽນຂອງນັກຮຽນໃນສາຍສາມັນ​ ໃນຊັ້ນຮຽນຕ່າງຢູ່ພາຍໃນແຂວງ ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8​ ຂອງສະພາປະຊາຊົນ​ແຂວງອັດຕະປື​ ຊຸດທີ​ II​ ໃນວັນທີ​ 23​ ມັງກອນ​ 2025 ວ່າ: ຜ່ານການຄົ້ນຄວ້າຂອງຄະນະຜູ້ບໍລິຫານການສຶກສາຂອງແຂວງແລ້ວເຫັນວ່າ​ ມີ​ 5​ ສາເຫດຕົ້ນຕໍ ທີ່ເປັນສາເຫດ​ຫລັກໃນການປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ ຄື:

1. ສະຖານການສຶກສາ ມ ຕົ້ນ ແລະ ມ ປາຍ ບໍ່ສາມາດຕອບສະໜອງໄດ້ໃນທຸກກຸ່ມບ້ານ ເນື່ອງຈາກພື້ນຖານໂຄງລ່າງດ້ານການສຶກສາມີຈຳກັດ, ຈໍານວນນັກຮຽນໃນເຂດບໍລິການຂອງກຸ່ມບ້ານມີໜ້ອຍ ແລະ ຄູສອນບໍ່ພຽງພໍ ບໍ່ສາມາດຈະເປີດການຮຽນ-ການສອນ ໃນຊັ້ນ ມ.ຕົ້ນ ແລະ ມ.ປາຍໄດ້,​ ຈຶ່ງເຮັດໃຫ້ເກີດຄວາມບໍ່ສະດວກໃນການເຂົ້າຮຽນໃນກຸ່ມບ້ານຂອງນັກຮຽນຈໍານວນໜຶ່ງ.

ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - Visit Laos Visit SALANA BOUTIQUE HOTEL - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​
ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - Visit Laos Visit SALANA BOUTIQUE HOTEL - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​

2. ບ້ານຫ່າງໄກໂຮງຮຽນ ບໍ່ສາມາດທຽວຮຽນ ເຊົ້າ-ແລງໄດ້ ເນື່ອງຈາດການຕັ້ງບ້ານເຮືອນຂອງພໍ່​ແມ່ ແຈກຢາຍຕາມພື້ນທີ່ການຜະລິດ, ການຂາຍແຮງງານເຄື່ອນທີ່ຕາມນິຄົມການຜະລິດຂອງພໍ່ແມ່ ຫລື ຜູ້ປົກຄອງ ບໍ່ສາມາດສົ່ງລູກເຂົ້າຮຽນໃນໂຮງຮຽນໄດ້ຢ່າງປົກກະຕິ;

3. ເສດຖະກິດບາງຄອບຄົວຂາດເຂີນ ບໍ່ມີເງິນໃຊ້ຈ່າຍພຽງພໍຄ່າສິ້ນເປືອງໃຫ້ລູກທຽວຮຽນໃນແຕ່ລະວັນ ຈຳເປັນໃຫ້ລູກອອກໂຮງຮຽນໄປຂາຍແຮງງານ ເພື່ອຫາເງິນລ້ຽງຊີບ;

4. ຄວາມຕັດສິນໃຈຂອງຕົວນັກຮຽນເອງ ສາ​ມາດຊອກທາງເລືອກອອກຂາຍແຮງງານຕາມນິຄົມການຜະລິດຂອງນັກລົງທຶນພາຍໃນ-ຕ່າງປະເທດ ແລະ ອື່ນໆ ເພື່ອລ້ຽງຊີບຕາມຄວາມສະໝັກໃຈຂອງຕົນເອງ.​

5. ຂາດແຮງຈູງໃຈໃນການສືບຕໍ່ການຮຽນໃຫ້ຈົບຊັ້ນ ມ.7 ແລະ ສືບຕໍ່ການຮຽນວິຊາສະເພາະ ຫລື ວິຊາຊີບ ເນື່ອງຈາກວ່າຫລາຍຄົນທີ່ຮຽນຈົບວິຊາສະເພາະມາແລ້ວ ກໍຍັງບໍ່ທັນມີວຽກເຮັດງານທໍາທີ່ໝັ້ນຄົງ ຍ້ອນຕະຫລາດແຮງງານມີຈໍາກັດ​ ຈຶ່ງເຮັດໃຫ້ແຮງຈູງໃຈໃນການຮຽນຂອງຮຸ່ນນ້ອງຫລຸດໜ້ອຍຖອຍລົງ.

ທ່ານ​ ອຸດົມສິນ​ ສີຊານົນ ຍັງໄດ້ຊີ້ແຈງຕື່ມວ່າ: ສໍາລັບທິດ​ທາງແກ້ໄຂການປະລະການຮຽນຂອງນັກ​ຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື ໃນສະເພາະໜ້າ ແລະ ຍາວນານ ທາງຂະແໜງການສຶກສາໄດ້ກໍານົດໄວ້​ ໂດຍສະເພາະ ເພີ່ມທະວີໃນການຂະຫຍາຍພື້ນຖານໂຄງລ່າງການສຶກສາ ມ ຕົ້ນ ແລະ ມ ປາຍ ໄປເຂດຊົນນະບົດ-ຫ່າງໄກ ທີ່ເປັນ​ຈຸດສຸມກຸ່ມບ້ານ ພ້ອມກັບການໃຫ້ສິ່ງອໍານວຍຄວາມສະດວກ ດ້ານການພັກເຊົາຂອງນັກຮຽນບ້ານໄກ ເພື່ອສ້າງຄວາມສະດວກໃຫ້ຜູ້ຮຽນເຂົ້າເຖິງການສຶກສາໄດ້ງ່າຍຂຶ້ນ ເປັນຕົ້ນ ຂະ​ຫຍາຍໂຮງຮຽນມັດທະຍົມຕົ້ນ ເປັນ ມສ ເຂດສະປວນ ເມືອງໄຊເສດຖາ,​ ເຂດບ້ານແບ່ງພູຄໍາ ເມືອງສາ​ມັກຄີໄຊ,​ ເຂດບ້ານຈັນຕໍ່ ເມືອງສະໜາມໄຊ,​ ເຂດຊຳຫລວງ ເມືອງຊານໄຊ ແລະ​ ເຂດສົມບູນ ເມືອງ​ພູວົງ.​ ພ້ອມນີ້, ລະດົມນັກຮຽນຜູ້ທຸກຍາກ-ດ້ອຍໂອກາດ ໃຫ້ເຂົ້າມາຮຽນໃນໂຮງຮຽນ ຊົນເຜົ່າແຂວງ, ໂຮງຮຽນຊົນເຜົ່າເຂດວັງຕັດ ເມືອງຊານໄຊ ແລະ ໂຮງຮຽນຊົນເຜົ່າເຂດສົມບູນ ເມືອງພູວົງ ໂດຍທີ່ລັດຖະບານ ຫລື ງົບປະມານຂອງແຂວງ ຊ່ວຍສະໜອງເງິນເບ້ຍລ້ຽງແກ່ນັກຮຽນຊົນເຜົ່າຜູ້ດ້ອຍໂອກາດ​ ໄດ້ເຂົ້າຮຽນໃນລະບົບລວມ ຄື: ກິນລວມ-ນອນລວມ ໃນອັດຕາເງິນເບ້ຍລ້ຽງ ທີ່ເໝາະສົມກັບເສດຖະກິດຕະຫລາດໃນປັດຈຸບັນ; ສົ່ງເສີມໃຫ້ຜູ້ດ້ອຍໂອກາດ ເຂົ້າຮັບການສຶກສາ ໃນລະບົບການສຶກສານອກໂຮງຮຽນ ຂອງບັນດາເມືອງ ທີ່ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ໃນແຕ່ລະສົກປີຮຽນ. ນອກຈາກນີ້, ສົ່ງເສີມໃຫ້ນັກຮຽນທີ່ຕົກຄ້າງ ເຂົ້າຮັບການອົບຮົມວິຊາຊີບໃນສູນຝຶກອົບຮົມຂອງພະນກແຮງງານ, ເຂົ້າຮຽນວິຊາຊີບ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງ ໂດຍສະເພາະ​ ນັກຮຽນທີ່ບໍ່ມີຄວາມສາມາດຮຽນຕໍ່ລະດັບ ມໍປາຍ ຫລື ປະລິນຍາຕີ.

ທີ່ມາ: ຂ່າວສານອອນລາຍ ອັດຕະປື

ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - 3 - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​
ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - 4 - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​
ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​ - 5 - ສາເຫດ​ປະລະການຮຽນຂອງນັກຮຽນໃນສາຍສາມັນ​ ຢູ່ແຂວງອັດຕະປື​