ສານເມືອງຊູໂຈປະເທດຈີນ ຕັດສິນປະຫານຊີວິດຊາຍໄວ 52 ປີກໍ່ເຫດມີດແທງເດັກຈົນເສຍຊີວິດ
January 25, 2025 - 6:10 PM

ສຳນັກຂ່າວ sinchew ຂອງຈີນ ລາຍງານວັນທີ 23 ມັງກອນ 2025 ນີ້ວ່າ: ສານເມືອງຊູໂຈ ປະເທດຈີນ ຕັດສິນປະຫານຊີວິດ ຊາຍໄວ 52 ປີ ທີ່ກໍ່ເຫດທຳຮ້າຍຮ່າງກາຍດ້ວຍການເອົາມີດແທງ ແມ່ ແລະ ລູກ 10 ປີ ຊາວຍີ່ປຸ່ນ ແລະ ພົນລະເມືອງດີເສຍຊີວິດ.
ໂຄສົກກະຊວງການຕ່າງປະເທດຂອງຈີນ ເປີດເຜີຍຕໍ່ສື່ມວນຊົນວ່າ ຄະດີຊາຍຊາວຈີນ ທຳຮ້າຍຮ່າງກາຍນັກຮຽນຊາວຍີ່ປຸ່ນ ອາຍຸ 10 ຂວບດ້ວຍການເອົາມີດແທງໃນຂະນະເດັກນ້ອຍຄົນດັ່ງກ່າວກຳລັງໄປໂຮງຮຽນ ຈົນເສຍຊີວິດ ໃນເດືອນມິຖຸນາ2024 ໄດ້ເຂົ້າສູ່ຂະບວນການພິຈາລະນາຄະດີ ແລະ ໄດ້ມີການຕັດສິນປະຫານຊີວິດຜູ້ກໍ່ເຫດ ເນື່ອງຈາກວ່າເປັນຄະດີສະເທືອນຂວັນ ຄາຕະກຳຜູ້ອື່ນໂດຍເຈຕະນາ ແລະ ເປັນຄະດີທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບສຸກຂອງສັງຄົມ.
ທີ່ມາ: sinchew.com