ອັດຕະປືຈະເພີ່ມທະວີແກ້ໄຂບັນຫາຄ້າໄມ້ເຖື່ອນໃຫ້ໝົດໄປ

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ຕາມການລາຍງານຂອງທ່ານເຈົ້າແຂວງອັດຕະປື ເລັດ ໄຊຍະພອນ ໃຫ້ຮູ້ວ່າ: ເພື່ອແນໃສ່ເຮັດໃຫ້ການປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການສະກັດກັ້ນ ແລະ ຄຸ້ມຄອງໄມ້ຂອງທ່ານນາຍົກລັດຖະມົນຕີໃຫ້ເປັນຮູບປະທຳ ແລະ ມີຜົນສັກສິດນັ້ນ, ແຂວງອັດຕະປືຈະເພີ່ມທະວີການແກ້ໄຂສະພາບການລັກລອບຕັດໄມ້ ແລະ ການຄ້າຂາຍໄມ້ເຖື່ອນໃຫ້ໝົດໄປ ໂດຍສະເພາະຈະເລັ່ງແກ້ໄຂສະພາບໄມ້ທ່ອນຈຳນວນ 27 ຄັນລົດທີ່ເຈົ້າໜ້າທີ່ກ່ຽວຂ້ອງສາມາດຍຶດໄດ້ໃນກ່ອນໜ້ານີ້ໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ທ່ານເຈົ້າແຂວງກ່າວວ່າ: ປັດຈຸບັນລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດສົມທົບກັບຂະແໜງການກ່ຽວຂ້ອງຂອງແຂວງ ເພື່ອເກັບກຳຂໍ້ມູນເພື່ອໃຫ້ຮູ້ຊັດເຈນວ່າໄມ້ທີ່ຖືກລະບຽບ ແລະ ໄມ້ທີ່ຜິດລະບຽບມີຈຳນວນເທົ່າໃດ ເພື່ອແກ້ໄຂໄປຕາມຂັ້ນຕອນລະບຽບກົດໝາຍ, ພ້ອມທັງຂຶ້ນບັນຊີເພື່ອຄຸ້ມຄອງເກັບຮັກສາໄມ້ບໍ່ໃຫ້ເສຍຫາຍ ແລະ ຜ່ານມາໄມ້ຈຳນວນໜຶ່ງແມ່ນໄດ້ມີການປະມູນຂາຍແລ້ວ, ສ່ວນພະນັກງານ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງກ່ຽວກັບຄະດີໄມ້ຄັ້ງນີ້ກໍແມ່ນຖືກສັ່ງໃຫ້ພັກວຽກ ແລະ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.