ລາວ-ມຽນມາ ສືບຕໍ່ຮ່ວມມືວຽກງານປ້ອງກັນຄວາມສະຫງົບ
January 26, 2025 - 10:33 AM

ກົມສື່ມວນຊົນ ປກສ ລາຍງານວ່າ: ວັນທີ 22 ມັງກອນ 2025 ຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງພາຍໃນ ສສ ມຽນມາ ປະຈໍາປີ 2025 ຈັດກອງປະຊຸມ ແລະ ສັນຍາຮ່ວມມືສອງຝ່າຍ ໂດຍການເປັນປະທານຮ່ວມຝ່າຍລາວ ໂດຍ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມຽນມາ ນໍາໂດຍ ທ່ານ ພົນໂທ ຢາ ເພ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ມຽນມາ, ມີເອກອັກຄະລັດຖະ ທູດຜູ້ມີອຳນາດເຕັມ ແຫ່ງ ສສ ມຽນມາ ແລະ ຄະນະຜູ້ແທນທັງສອງຝ່າຍ.
ກອງປະຊຸມ ຮ່ວມມືກັນຮັກສາຄວາມສະຫງົບ ໂດຍສະເພາະ ແມ່ນການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ເພື່ອສ້າງເງື່ອນໄຂອັນດີໃຫ້ປະຊາຊົນສອງຊາດ ລາວ-ມຽນມາ ທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນ, ສາມາດໄປມາຫາສູ່, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ກາຍເປັນເຂດຊາຍແດນທີ່ມີຄວາມສະຫງົບ ແລະ ພັດທະນາ.
ກະຊວງປ້ອງກັນຄວາມສະຫງົບໄດ້ ມີບາງຂໍ້ສະເໜີ ດັ່ງນີ້:
- ສະເໜີໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຂອງສອງປະເທດ ກໍຄືບັນຫາອາຊະຍາກຳຂ້າມຊາດ ເປັນຕົ້ນ: ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ແລະ ການເຂົ້າ-ອອກເມືອງ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ.
- ເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ ຂ້າມຊາຍແດນຂອງສອງປະເທດ ໂດຍການແລກປ່ຽນຂໍ້ມູນຂາວສານ, ບົດຮຽນ, ປະສົບການ ແລະ ປະສານສົມທົບສະກັດກັ້ນບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນ.
- ສືບຕໍ່ປະສານສົມທົບໃນການຄຸ້ມຄອງແຮງງານຂອງປະເທດໜຶ່ງ ທີ່ໄປອອກແຮງານຢູ່ ປະເທດໜຶ່ງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງແຕ່ລະປະເທດ.
- ສືບຕໍ່ປະສານສົມທົບເພື່ອຊ່ວຍເຫຼືອພົນລະເມືອງຂອງປະເທດໜຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ອີກປະເທດໜຶ່ງ ຢ່າງທັນການ.
- ສະເໜີໃຫ້ໜ່ວຍງານວິຊາສະເພາະຂອງສອງຝ່າຍ ສືບຕໍ່ປະສານສົມທົບກັນ ໃນການ ຄຸ້ມຄອງການເຂົ້າ-ອອກປະເທດຂອງພົນລະເມືອງ ພ້ອມທັງເພີ່ມທະວິການໂຄສະນາສຶກສາອົບຮົມ ໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມລະບຽບກົດໝາຍ ຂອງແຕ່ລະປະເທດຢ່າງເຂັ້ມງວດ.
- ຊຸກຍູ້ໃຫ້ມີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບການເຄື່ອນໄຫວ ທີ່ພົວພັນເຖິງການຫຼິ້ນການພະນັນອອນລາຍ, ການສໍ້ໂກງທາງໂທລະຄົມ ແລະ ການກະທໍາຜິດທາງອິນເຕີເນັດ ອື່ນໆ ທີ່ພົວພັນເຖິງສອງປະເທດ ແລະ ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງສອງກະຊວງ ເພື່ອປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ປະຈໍາປີ 2025.
ທີ່ມາ: ກົມສື່ມວນຊົນ ປກສ