ລູກສອນໄຟ ສປປ ເກົາຫລີ ຂຶ້ນສູ່ລະດັບສູງສຸດຍິ່ງກວ່າເຄີຍມີມາ

ສປປ ເກົາຫລີ ຍິງລູກສອນໄຟຂ້າມທະວີບໃນຕອນເຊົ້າວັນທີ 29 ພະຈິກນີ້ ໂດຍລູກສອນໄຟໄຕ່ລະດັບສູງເຖິງ 4.500 ກິໂລແມັດ ເຊິ່ງອາເມລິກາຕີລາຄາເປັນໄລຍະສູງທີ່ສຸດເທົ່າທີ່ລັດຖະບານພຽງຢາງເຄີຍທົດລອງ ກ່ອນວັດຖຸຈະຕົກລົງໃນນ່ານນ້ຳຂອງຍີ່ປຸ່ນ.
Pres. Trump: "A missile was launched a little while ago from North Korea. I will only tell you that we will take care of it." https://t.co/2Sn2B1fuDN pic.twitter.com/zoM8Ll6rKf
— CBS News (@CBSNews) November 28, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ສ.ເກົາຫລີ ໃນວັນທີ 29 ພະຈິກວ່າ: ກະຊວງປ້ອງກັນປະເທດ ສ.ເກົາຫລີ ອອກຖະແຫລງການວ່າ: ສປປ ເກົາຫລີ ທຳການຍິງລູກສອນໄຟຂ້າມທະວີບ (ICBM) ຂຶ້ນຈາກຖານຍິງໃນເມືອງພາຍອງຊັງ ແຂວງພະຍອງກັນໃຕ້ ທີ່ຢູ່ທາງຕາເວັນຕົກຂອງປະເທດ ເມື່ອເວລາ 03:17 ໂມງ ຕາມເວລາທ້ອງຖິ່ນ (01:17 ໂມງ ຕາມເວລາຢູ່ລາວ) ໂດຍລູກສອນໄຟສາມາດໄຕ່ລະດັບຄວາມສູງໄດ້ເຖິງ 4.500 ກິໂລແມັດ ແລະ ເດີນທາງໄດ້ໄກປະມານ 960 ກິໂລແມັດ ແລ້ວຈຶ່ງຕົກລົງໃນນ່ານນ້ຳທີ່ຖືເປັນເຂດເສດຖະກິດພິເສດ (EEC) ຂອງຍີ່ປຸ່ນ.
Secretary Tillerson: The United States strongly condemns #NorthKorea’s launch of what is likely an intercontinental ballistic missile into the Sea of Japan, indiscriminately threatening its neighbors, the region and global stability. https://t.co/gFxCUWCO7k #DPRK pic.twitter.com/TdjO8QifFH
— Department of State (@StateDept) November 28, 2017
ເຖິງຢ່າງໃດກໍຕາມ, ລາຍງານຂອງກະຊວງປ້ອງກັນປະເທດອາເມລິກາ ຕີລາຄາໄລຍະຂອງລູກສອນໄຟນີ້ໄວ້ທີ່ 1.000 ກິໂລແມັດ ແລະ ການໄຕ່ລະດັບຄວາມສູງຂອງລູກສອນໄຟນີ້ຖືວ່າຫລາຍທີ່ສຸດເທົ່າທີ່ລັດຖະບານພຽງຢາງເຄີຍທົດລອງມາ.
ຂະນະດຽວກັນ, ການທົດລອງລູກສອນໄຟຂ້າມທະວີບຂອງ ສປປ ເກົາຫລີ ໃນຄັ້ງນີ້ຍັງຖືເປັນຄັ້ງທຳອິດ ນັບແຕ່ການຍິງລູກສອນໄຟຜ່ານເກາະຮອກໄກໂດ ທາງຕອນເໜືອຂອງຍີ່ປຸ່ນ ໃນວັນທີ 15 ກັນຍາຜ່ານມາ ແລະ ພຽງ 1 ອາທິດຫລັງປະທານາທິບໍດີ ໂດນັນ ທຣຳ ເອົາ ສປປ ເກົາຫລີ ກັບສູ່ບັນຊີດຳ “ລັດສະໜັບສະໜູນການກໍ່ການຮ້າຍ” ຂອງລັດຖະບານວໍຊິງຕັນເປັນຄັ້ງທີ 2 ເຊິ່ງຜູ້ນຳອາເມລິກາກ່າວກ່ຽວກັບການຍິງລູກສອນໄຟຄັ້ງຫລ້າສຸດຂອງລັດຖະບານພຽງຢາງວ່າ “ເປັນສະຖານະການທີ່ອາເມລິກາຈະຈັດການ”.