ສິງກະໂປກຽມທົດສອບລົດເມໂດຍສານບໍ່ມີຄົນຂັບ ຊ່ວງກາງປີ 2026

ລັດຖະບານສິງກະໂປປະກາດແຜນກຽມທົດສອບລົດເມໂດຍສານບໍ່ມີຄົນຂັບຢູ່ຖະໜົນຊ່ວງກາງປີ 2026.
ສໍານັກງານຄົມມະນາຄົມທາງບົກຂອງສິງກະໂປ (LTA) ອອກຖະແຫລງການ ກ່ຽວກັບແຜນທົດລອງໃຊ້ລົດເມໂດຍສານບໍ່ມີຄົນຂັບ ຄຽງຄູ່ກັບລົດເມໂດຍສານແບບມີຄົນຂັບ ເປັນເວລາ 3 ປີ ນັບແຕ່ກາງປິ 2026.
ທັງນີ້, LTA ມີແຜນໃຊ້ລົດເມໂດຍສານບໍ່ມີຄົນຂັບ ເຊິ່ງຮອງຮັບຜູ້ໂດຍສານໄດ້ຢ່າງໜ້ອຍ 16 ບ່ອນນັ່ງ ແລະ ຕອນນີ້ຢູ່ລະຫວ່າງການປະມູນ ໃຫ້ບໍລິການໃນເຂດທ່ອງທ່ຽວ ແລະ ທຸລະກິດ ເພື່ອປະເມີນຄວາມເປັນໄປໄດ້ໃນທາງເຕັກນິກ ແລະ ຂໍ້ກໍານົດສໍາລັບການດໍາເນີນງານລົດເມໂດຍສານອັດຕະໂນມັດໃນອະນາຄົດ ທັງໃນລະດັບການໃຫ້ບໍລິການເປັນແຕ່ລະຄັນ ແລະ ລະດັບກອງຄັນລົດ.
ສິງກະໂປທົດລອງຍານພາຫະນະແບບບໍ່ມີຄົນຂັບຫລາຍປະເພດ ເປັນເວລາຕໍ່ເນື່ອງຫລາຍປີແລ້ວ ເຊິ່ງລວມທັງລົດບັນທຸກ ແລະ ລົດແທັກຊີ.
ຂະນະທີ່ກະຊວງຄົມມະນາຄົມສິງກະໂປອອກຖະແຫລງການໃນກາງເດືອນມັງກອນນີ້ວ່າ: ໂຄງການຖະໜົນທີ່ເປັນມິດ (Friendly Streets) ຈະເລີ່ມດໍາເນີນແບບຄ່ອຍເປັນຄ່ອຍໄປໃນໄລຍະເຄິ່ງທໍາອິດຂອງປີນີ້ ໂດຍຄາດວ່າຈະສໍາເລັດພາຍໃນປີ 2026 ແລະ ທຸກເຂດໃນສິງກະໂປຈະມີຖະໜົນເປັນມິດຢ່າງໜ້ອຍໜຶ່ງເສັ້ນພາຍໃນປີ 2030.