ປະທານປະເທດ ສົ່ງໂທລະເລກອວຍພອນປີໃໝ່ຈີນ ເຖິງປະທານປະເທດຈີນ

ວັນທີ 28 ມັງກອນ 2025 ນີ້ ທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2025 ນີ້, ເນື້ອໃນຂອງໂທລະເລກ ລະບຸວ່າ:
ເນື່ອງໃນໂອກາດບຸນປີໃໝ່ຈີນ ປີມະເສັງ 2025, ຕາງໜ້າພັກ, ລັດ ແລະ ປະ ຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ບັນດາສະຫາຍ ການນຳ ພັກ, ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ເຕັມໄປດ້ວຍຄວາມອົບອຸ່ນ ຂອງສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ, ການພົວພັນຮ່ວມມື ລາວ-ຈີນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ສືບຕໍ່ໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າໃໝ່ທີ່ຕັ້ງໜ້າ, ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ພວມນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອຊີ້ນໍາການເພີ່ມທະວີສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະ ພາບສູງ ແລະ ລະດັບທີ່ສູງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.