ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ

ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ - 475304579 122138283404388511 7845638206620961642 n - ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ
ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ - kitchen vibe - ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ

ວັນທີ 23 ມັງກອນ 2025 ນີ້ ໄທ-ລາວ ຈັດກອງປະຊຸມຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ ຄັ້ງທີ 16 ທີ່ຈັງຫວັດຊົນບູລີ ຣາຊະອານາຈັກໄທ, ຝ່າຍລາວ ນຳໂດຍ ທ່ານ ອານຸສິນຂັດຕິຍະ ລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ປະທານຄະນະອະນຸກໍາມະການເຕັກນິກຮ່ວມ ລາວ-ໄທ (ຝ່າຍລາວ) ແລະ ຄະນະຝ່າຍໄທ ນໍາໂດຍ ທ່ານ ພົນໂທ ຊາຄອນ ບຸນພັກດີ ເຈົ້າກົມແຜນທີ່ທະຫານ ກອງບັນຊາ ການກອງທັບໄທ ປະທານຄະນະອະນຸກໍາມະການເຕັກນິກຮ່ວມ ໄທ-ລາວ (ຝ່າຍໄທ) ແລະ ມີຄະນະອະນຸກໍາມະການເຕັກນິກອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນໃນວຽກງານການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ ທາງບົກ ແລະ ທາງນໍ້າ (ແມ່ນໍ້າຂອງ) ມີຄວາມຄືບໜ້າ ເປັນຕົ້ນ:

  1. ວຽກງານກວດກາສະພາບ ແລະ ບູລະນະຫຼັກໝາຍຊາຍແດນ ລາວ-ໄທ ທີ່ສອງຝ່າຍໄດ້ຮ່ວມກັນກໍ່ສ້າງ ແຕ່ປີ 1997 ເຖິງ 2018 ໄດ້ທັງໝົດຈໍານວນ 211 ຫລັກໝາຍ ຜ່ານມາຫລັກໝາຍຊາຍແດນຈໍານວນໜຶ່ງຊຸດໂຊມ ແລະ ເປ່ເພ. ສະນັ້ນ, ນັບແຕ່ປີ 2022 ເປັນຕົ້ນມາ ສອງຝ່າຍຈຶ່ງໄດ້ຮ່ວມກັນບູລະນະຫລັກໝາຍໃຫ້ມີສະພາບຕາມເດີມ ມາຮອດປັດຈຸບັນ ໄດ້ບູລະນະຫລັກໝາຍຊາຍ ແດນ ສໍາເລັດ 109 ຫລັກໝາຍ ຍັງເຫລືອ 102 ຫລັກໝາຍ ແມ່ນກໍາລັງສືບຕໍ່ບູລະນະ.
  2. ປຶກສາຫາລື ກ່ຽວກັບການບິນຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ຕາມລໍານໍ້າເຫືອງ ເພື່ອເປັນບ່ອນອີງໃຫ້ແກ່ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຕາມລໍານໍ້າເຫືອງຮ່ວມກັນໃນຕໍ່ໜ້າ.
  3. ກໍານົດຈຸດ ສະເໜີຂັ້ນເທິງພິຈາລະນາກໍ່ສ້າງຫຼັກໝາຍຊາຍແດນຢູ່ພູມີປະເທດຕົວຈິງເພີ່ມເຕີມ.
  4. ເອກະພາບປັບປຸງແຜນຜັງສະໜາມ ແລະ ວຽກງານພາກສະໜາມອື່ນໆ ຮ່ວມກັນອີກຈໍານວນໜຶ່ງ.
  5. ວຽກງານຊາຍແດນ ລາວ-ໄທ ທາງນໍ້າ (ແມ່ນໍ້າຂອງ) ສອງຝ່າຍຈະສືບຕໍ່ເລັ່ງລັດການປຽບທຽບຜົນການທົດລອງຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນໍ້າຂອງສະບັບໃໝ່ຮ່ວມ ລະຫວ່າງ ລາວ-ໄທ ໃນ 6 ບໍລິເວນ ແລະ ການຮ່ວມກັນລົງສໍາຫຼວດພູມີປະເທດຕົວຈິງຢູ່ບັນດາດອນຕ່າງໆ ໃຫ້ສໍາເລັດຢ່າງເປັນຮູບປະທໍາ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນໃນການສ້າງເສັ້ນຊາຍແດນລະຫວ່າງສອງປະເທດ ໃຫ້ກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືພັດທະນາ.

ທີ່ມາ: ໜັງສືພິມ ວຽງຈັນໃໝ່

ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ - 5 - ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ
ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ - 3 - ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ
ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ - 4 - ລາວ-ໄທ ຮ່ວມສຳຫລວດ ແລະ ບູລະນະຫລັກໝາຍຊາຍແດນ ທີ່ຍັງຄ້າງ