ໄຟໄໝ້ເຮືອບິນ ແອປູຊານ ສ.ເກົາຫລີ
January 29, 2025 - 10:59 AM

ວັນທີ 28 ມັງກອນ 2025, ສໍານັກຂ່າວ BBC ລາຍງານ ເວລາປະມານ 22ໂມງ26 ນາທີ ເກີດເຫດໄຟໄໝ້ ເຮືອບິນໂດຍສານຂອງສາຍການບິນ ແອປູຊານ (Air Busan) ໃນຂະນະທີ່ຈອດຢູ່ສະໜາມບິນນານາຊາດກິມແຮ (Gimhae) ໃນເມືອງປູຊານ ສ.ເກົາຫລີ ຜູ້ໂດຍສານ 169 ຄົນ ແລະ ພະນັກງານບໍລິການໃນເຮືອບິນ 7 ຄົນ ຕ້ອງອົບພະຍົບລົງຈາກເຮືອບິນ ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 3 ຄົນ ໃນຂະນະທີ່ກໍາລັງອົບພະຍົບ.
ເຮືອບິນລໍາດັ່ງກ່າວເປັນເຮືອບິນ ແອບັສ A321 ເຊິ່ງກໍາລັງຈະເດີນທາງໄປເກາະຮົງກົງ ໂດຍທີ່ໄຟເລີ່ມລຸກໄໝ້ຈາກສ່ວນທ້າຍ ກ່ອນທີ່ຈະລຸກລາມໄປທົ່ວລຳຍົນ ແລະ ຍັງບໍ່ມີລາຍງານລະອຽດຕໍ່ເຫດການດັ່ງກ່າວ.