ກິ່ນດອກກຸຫລາບຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ

- 032911 2017 5 - ກິ່ນດອກກຸຫລາບຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ
- kitchen vibe - ກິ່ນດອກກຸຫລາບຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ

ຜົນການວິໄຈຈາກທີມວິໄຈເຢຍລະມັນອາດເຮັດໃຫ້ໃຜຫລາຍຄົນຢາກເອົາກີບກຸຫລາບມາໂຮຍຕຽງນອນກໍເປັນໄດ້.

ເຫດຜົນຍ້ອນ ທ່ານ ເຈນ ບອນ ແລະ ທີມນັກວິໄຈຈາກມະຫາວິທະຍາໄລ ລູເບກ ປະເທດເຢຍລະມັນ ໄດ້ສຶກສາພົບວ່າ : ການດົ່ມກິ່ນຫອມຂອງດອກກຸຫລາບໃນເວລານອນຫລັບຈະຊ່ວຍເພີ່ມຄວາມສາມາດໃນການຈື່ຈຳສິ່ງຕ່າງໆໄດ້ດີຂຶ້ນກ່ວາເກົ່າ.

- Visit Laos Visit SALANA BOUTIQUE HOTEL - ກິ່ນດອກກຸຫລາບຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ

ທີມວິໄຈໄດ້ທົດລອງໃນອາສາສະໝັກ 74 ຄົນ ໃຫ້ສືບດົມກິ່ນດອກກຸຫລາບໃນເວລານອນຫລັບ ແລະ ຕື່ນຂຶ້ນມາຫລິ້ນເກມກ່ຽວກັບຄວາມຈື່ຈຳໃນຕອນເຊົ້າ, ການຈັບຄູ່ ຫື ເປີດໄພ້ ໂດຍຜົນການທົດລອງນີ້ພົບວ່າ : ການໄດ້ດົມກິ່ນຫອມຂອງດອກກຸຫລາບສາມາດຈື່ຈຳຄູ່ໄພ້ໄດ້ຫລາຍເຖິງ 97,2%. ກຸ່ມທີ່ບໍ່ໄດ້ດົມກິ່ນດອກກຸຫລາບຈື່ຈຳໄດ້ພຽງແຕ່ 86%  ເທົ່ານັ້ນ.

ທັງນີ້, ທ່ານ ເຈນ ບອນ ໄດ້ອະທິບາຍວ່າ : ກິ່ນສາມາດໃຊ້ເປັນໂຕກະຕຸ້ນການສ້າງໜ່ວຍຄວາມຈື່ຈຳໃໝ່ໆ. ສ່ວນກິ່ນຫອມຂອງກຸຫລາບຈະສົ່ງຜົນຕໍ່ຄວາມຈື່ຈຳໃນເວລານອນຫລັບໄລຍະຫລັບເລິກ ຫລື ຫລັບແຈບ.

- 3 - ກິ່ນດອກກຸຫລາບຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!