ຊຽງຂວາງ ສະຫລຸບເສດຖະກິດ 2024 ຂະຫຍາຍຕົວ 5,6% GDP ບັນລຸ 6,470 ຕື້ກວ່າກີບ

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ລາຍງານ ຕໍ່ກອງປະປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຽງຂວາງ ຊຸດທີ 2 ວັນທີ 29 ມັງກອນ 2025 ນີ້ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ: ປີ 2024 ການຂະຫຍາຍຕົວຂອງເສດຖະກິດປະຕິບັດໄດ້ 5,6%, ທຽບໃສ່ແຜນການ 5,3% ສາມາດປະຕິບັດໄດ້ລື່ນຄາດໝາຍ 0,3%, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 6 ພັນ 471.96 ຕື້ກີບ, ໃນນັ້ນຂົງເຂດກະສິກຳ-ປ່າໄມ້ຂະຫຍາຍຕົວໃນລະດັບ 4.02%, ກວມ 34.67%, ຂົງເຂດອຸດສາຫະກຳ-ກໍ່ສ້າງຂະຫຍາຍຕົວໃນລະດັບ 6,20%, ກວມ 34.47%, ຂົງເຂດການບໍລິການຂະຫຍາຍຕົວໃນລະດັບ 6.67%, ກວມ 30.86%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1 ພັນ 112 ໂດລາ/ຄົນ/ປີ ຫຼື ເທົ່າກັບ 22ລ້ານ 4ແສນກວ່າກີບ/ຄົນ/ປີ.
ປີ 2024 ລາຍຮັບທັງສູນກາງ ແລະ ແຂວງໄດ້ 476.3 ຕື້ກີບ, ລື່ນແຜນການປີ 54,96% ສູນກາງ 77,60 ຕື້ກີບ ລື່ນແຜນການປີ 35,06%, ແຂວງ 298.7 ຕື້ກີບ ລື່ນແຜນການປີ 69,84%, ດ້ານລາຍຈ່າຍປະຕິບັດລາຍຈ່າຍງົບປະມານອະນຸມັດທັງໝົດ 683.73 ຕື້ກີບ ເທົ່າກັບ 97.57% ຂອງແຜນການປີ, ການດູນດ່ຽງງົບປະມານໃນປີ 2024 ແຂວງຊຽງຂວາງຂາດດູນງົບປະມານ 384.98 ຕື້ກີບ ເທົ່າກັບ 56.30% ຂອງລາຍຈ່າຍທັງໝົດ.
ປີ 2024 ທົ່ວແຂວງສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 8,350.39 ຕື້ກີບ ລື່ນແຜນ 90.81%, ໃນນັ້ນການລົງທຶນຂອງລັດ 179.54 ຕື້ກີບ ກວມ 2.15%, ພາກເອກະຊົນພາຍໃນ ແລະຕ່າງປະເທດ 6,843.94 ຕື້ກີບ 81,96%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 337,37 ຕື້ກີບ ກວມ 4,04% ແລະສິນເຊື່ອທະນາຄານ 9 ຮ້ອຍ 89,54 ຕື້ກີບ ກວມ 11,85%.
ປີ 2025 ສູ້ຊົນໃຫ້ຈັງຫວະຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5,9%, ລວມຍອດຜະລິດຕະພັນພາຍໃນ GDP ໃຫ້ບັນລຸ 6 ພັນ 847,26 ຕື້ກີບ, ໃນນັ້ນຂົງເຂດກະສິກຳປ່າໄມ້ໃຫ້ຂະຫຍາຍຕົວໃນລະດັບ 4,13%, ຂົງເຂດອຸດສາຫະກຳ-ກໍ່ສ້າງໃຫ້ຂະຫຍາຍຕົວໃນລະດັບ 6,62%, ຂົງເຂດບໍລິການໃຫ້ຂະຫຍາຍຕົວໃນລະດັບ 6,98%, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 1 ພັນ 152 ໂດລາ/ຄົນ/ປີ ຫຼື ເທົ່າກັບ 23 ລ້ານ 9 ແສນກ່ວາກີບ/ຄົນ/ປີ, ສູ້ຊົນເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານໃຫ້ໄດ້ 287 ຕື້ກີບ ແລະ ຄາດຄະເນການຄຸ້ມຄອງການປະຕິບັດລາຍຈ່າຍທົ່ວແຂວງ 8 ຮ້ອຍ 14,07 ຕື້ກີບ, ຄາດຄະເນການຂາດດູນງົບປະມານ 5 ຮ້ອຍ 27, 07 ຕື້ກີບ, ແລະ ໃນປີ 2025 ລະດົມທຶນທົ່ວສັງຄົມໃຫ້ໄດ້ 9 ພັນ 397,25 ຕື້ກີບ. ສະນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງນຳເອົາທິດທາງແຜນການປີ 2025 ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.