ແຂວງເຊກອງ ຕ້ອງການທຶນ 1,308 ຕື້ກີບເພື່ອພັດທະນາພື້ນຖານໂຄງລ່າງປີ 2025

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ວ່າ: ໃນປີ 2025 ນີ້, ແຂວງເຊກອງ ມີຄວາມຕ້ອງການທຶນ ເພື່ອພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນທັງໝົດ 1,308 ຕື້ກີບ ກວມເອົາ 38,74% ຂອງ GDP. ໃນນີ້, ການລົງທຶນຈາກງົບປະມານລັດ 91 ຕື້ກີບ ກວມເອົາ 7%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 170 ຕື້ກີບ ກວມເອົາ 13%, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1,047 ຕື້ກີບ ກວມເອົາ 80% ຂອງຄວາມຕ້ອງການທຶນທັງໝົດ.
ແຂວງເຊກອງ ສຸມໃສ່ການພັດທະນາເສດຖະກິດ ໃຫ້ຫັນໄປສູ່ຄຸນນະພາບ ດ້ວຍການປັບປຸງໂຄງປະກອບເສດຖະກິດ ໃຫ້ມີຄວາມຫລາກຫລາຍ ຕາມຂະແໜງການຜະລິດ, ການຄ້າ ແລະ ການບໍລິການ ແລະ ສ້າງມູນຄ່າເພີ່ມສູງຂຶ້ນຕາມທ່າແຮງບົ່ມຊ້ອນຂອງແຂວງ; ສົ່ງເສີມການພັດທະນາທາງດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່ ນັບທັງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ມີການເຄື່ອນໄຫວຖືກຕ້ອງ ຕາມກົດໝາຍຂອງລັດ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ກໍຄືຂອງແຂວງໃຫ້ມີການຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າຫລຸດພົ້ນອອກຈາກຄວາມທຸກຍາກ; ສຸມໃສ່ພັດທະນາຈຸນລະວິສາຫະກິດ ແລະ SME ໄປສູ່ຄຸນນະພາບໃໝ່ ຕາມ 7 ນະໂຍບາຍພັດທະນາ SME ຂອງແຂວງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໂດຍການສ້າງເງື່ອນໃນການເຂົ້າເຖິງແຫລ່ງທຶນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາໃໝ່ໃຫ້ມີປະສິດທິພາບ; ສຸມໃສ່ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງ, ພື້ນຖານວັດຖຸເຕັກນິກຮັບໃຊ້ການຜະລິດ ຂອງປະຊາຊົນ ແລະ ສຸມໃສ່ສ້າງເງື່ອນໄຂ ໂດຍສະເພາະນະໂຍບາຍທີ່ເໝາະສົມ ໃນການດຶງດູດການລົງທຶນໃຫ້ຫລາຍຂຶ້ນ.