ຄາດວ່າບໍ່ພົບຜູ້ລອດຊີວິດ ຈາກເຫດການເຮືອບິນໂດຍສານຕໍາກັບເຮລີຄັອບເຕີກອງທັບ ອາເມລິກາ

ສໍານັກຂ່າວ CNN ລາຍງານວັນທີ 30 ມັງກອນ 2025 ຫົວໜ້າສໍານັກງານດັບເພີງ ແລະ ບໍລິການການແພດສຸກເສີນ ນອຄອນຫລວງວໍຊິງຕັນ ດີ.ຊີ ລາຍງານໃນຖະແຫລງຂ່າວວ່າ ຄາດວ່າບໍ່ມີຜູ້ລອດຊີວິດຈາກເຫດການເຮືອບິນໂດຍສານຂອງສາຍການບິນ American Airlines ຕໍາກັບເຮລີຄັອບເຕີ Black Hawk ຂອງກອງທັບອາເມລິກາ ທີ່ຫັກອອກເປັນສອງທ່ອນ ເຊິ່ງຕອນນີ້ພາລະກິດຖືກປ່ຽນຈາກການຄົ້ນຫາ ແລະ ຊ່ວຍເຫລືອ ເປັນພາລະກິດເກັບກູ້ຮ່າງຜູ້ເສຍຊີວິດ.
ເຈົ້າໜ້າທີ່ຄາດວ່າເຮືອບິນຂອງອາເມລິກັນແອລາຍ ມີຜູ້ໂດຍສານ ແລະ ຈຸບິນຮວມກັນ 64 ຄົນ ໂດຍສາມາດເກັບກູ້ຮ່າງຜູ້ເສຍຊີວິດໄດ້ແລ້ວຢ່າງໜ້ອຍ 30 ຄົນ ທ່າມກາງແມ່ນໍ້າທີ່ເຢັນຈັດ ພ້ອມດຽວກັນສາມາດເກັບກູ້ຮ່າງຜູ້ເສຍຊີວິດທີ່ໂດຍສານມາກັບເຮລີຄັອບເຕີໄດ້ 1 ຄົນ ຈາກທັງໝົດ 3 ຄົນ.
ຕາມການລາຍງານຂອງລັດຖະມົນຕີວ່າການກະຊວງຄົມມະນາຄົມອາເມລິກາ ຢືນຢັນວ່າ ເຮືອບິນໂດຍສານ ກັບເຮລີຄັອບເຕີ ທີ່ປະສົບເຫດຕ່າງກໍບິນຢູ່ໃນເສັ້ນທາງການບິນຕາມປົກກະຕິຂອງພວກເຂົາ, ໃນຕອນທີ່ການຕໍາກັນເກີດຂຶ້ນ ແລະ “ບໍ່ແມ່ນເລື່ອງຜິດປົກກະຕິ ທີ່ສະໜາມບິນຂອງກອງທັບ ຈະບິນຜ່ານແມ່ນໍ້າໂປໂຕແມກ ແລະ ເຮືອບິນໂດຍສານລົງຈອດທີ່ສະໜາມບິນແຫ່ງຊາດໂຣນັລ ເຣແກນ ວໍຊິງຕັນ”.
ລາຍງານຫລ້າສຸດຈາກຄະນະກໍາມະການຄວາມປອດໄພການຂົນສົ່ງແຫ່ງຊາດຂອງອາເມລິກາເປີດເຜີຍວ່າ ເຈົ້າໜ້າທີ່ກູ້ໄພຄົ້ນພົບກ່ອງດໍາ 2 ກ່ອງ ເຊິ່ງເປັນອຸປະກອນບັນທຶກສຽງໃນຫ້ອງນັກບິນ ແລະ ອຸປະກອນບັນທຶກຂໍ້ມູນການບິນຈາກເຮືອບິນບອມບາເດຍ CRJ700 ຂອງສາຍການບິນອາເມລິກັນ ແອລາຍ ໃນຂະນະທີ່ກໍາລັງຫລຸດລະດັບລົງຈອດທີ່ສະໜາມບິນນານາຊາດໂຣນັລ ເຣແກນ ໃນກຸງວໍຊິງຕັນ ດີ.ຊີ. ເຊິ່ງກໍາລັງຢູ່ໃນຂັ້ນຕອນການກວດສອບ ແລະ ຈະຮູ້ຜົນພາຍໃນ 30 ມື້.