ລາວສະເຫຼີມສະຫຼອງວັນດິນໂລກ ແລະ ສ້າງຕັ້ງກົມຄຸ້ມຄອງ-ພັດທະນາທີ່ດິນກະສິກຳ


ດິນແມ່ນວັດຖຸທຳມະຊາດ ແລະ ມີອາຍຸການນຳໃຊ້ຄືສິ່ງທີ່ມີຊີວິດອື່ນໆ, ຖ້າບໍ່ມີການປົກປັກຮັກສາ, ການນໍາໃຊ້ປະໂຫຍດ ແລະ ການປັບປຸງບຳລຸງດິນທີ່ຖືກຕ້ອງ ດິນກໍ່ຈະເຊື່ອມຄຸນນະພາບ ແລະ ສະຫຼາຍໂຕໄປໃນທີ່ສຸດ. ໃນກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 38 (ເດືອນທັນວາ 2013) ທີ່ກຸງໂຣມ ປະເທດອີຕາລີ ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີເປັນວັນດິນໂລກ ດັ່ງກ່າວ ເມື່ອທ້າຍອາທິດຜ່ານມາ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກໍໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວ ແລະ ວັນສ້າງຕັ້ງກົມຄຸ້ມຄອງ-ພັດທະນາທີ່ດິນຄົບ ຮອບ 5 ປີ (19/8/2012 – 19/9/2017) ຂຶ້ນທີ່ນະຄອນຫຼວງວຽງຈັນ, ເປັນການເພີ່ມຄວາມເອົາໃຈໃສ່ຕໍ່ດິນໃຫ້ຫຼາຍຂຶ້ນ ຍ້ອນດິນມີຄວາມສຳຄັນຕໍ່ກັບການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ. ໂດຍການເຂົ້າຮ່ວມຂອງ ທ່ານລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ເຂົ້າຮ່ວມນໍາດ້ວຍ.
ພາຍໃນງານຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ລາຍງານປະຫວັດຄວາມເປັນມາ ແລະ ຜົນສຳເລັດຂອງກົມໃນໄລຍະ 5 ປີທີ່ຜ່ານມາ, ພ້ອມດຽວກັນນີ້ ໄດ້ຮັບຊົມການສະແດງສິນລະປະ, ການສາທິດການນຳໃຊ້ການນຳໃຊ້ເຄື່ອງບິນບັງຄັບ ຖ່າຍພາບທາງອາກາດ (Dron) ແລະ ຢ້ຽມຊົມການວາງສະແດງຜະລິດຕະພັນ ແລະ ຮູບພາບອື່ນໆອີກ.