ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ

- 473671751 1141217991053439 5782184875470820791 n - ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ
- kitchen vibe - ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ

ພັທ ວິລັດ ລາສີຈັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມປີ 2025 ຂອງກອງບັນຊາການ ປກສ ເມືອງໄຊທານີ ໃນວັນທີ 30 ມັງກອນ 2025 ນີ້ວ່າ:

ປີ 2024 ມີຄະດີອາຍາເກີດຂຶ້ນທັງໝົດ 650 ເລື່ອງ ເດັ່ນກວ່າໝູ່ແມ່ນຄະດີລັກຊັບ 439 ເລື່ອງ, ການສໍ້ໂກງຊັບ ຈໍານວນ 102 ເລື່ອງ, ການລັກພາຕົວ ຈໍານວນ 11 ເລື່ອງ, ການປຸ້ນຊັບ 9 ເລື່ອງ, ຊີງຊັບ 8 ເລື່ອງ, ຄາດຕະກໍາ 7 ເລື່ອງ ແລະ ຄະນະດີອື່ນໆ 73 ເລື່ອງ ສ່ວນວຽກງານບັນຫາຢາເສບຕິດ ແມ່ນສາມາດແກ້ໄຂໄດ້ 226 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 366 ຄົນ ຍິງ 38 ຄົນ ໃນນັ້ນ, ຄ້າຂາຍຢາບ້າ 125 ເລື່ອງ ກົກຕົວຜູ້ຖືກຫາໄດ້ 193 ຄົນ ຍິງ 25 ຄົນ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຈໍານວນ 101 ເລື່ອງ ກັກຕົວຜູ້ຖືກຫາໄດ້ 173 ຄົນ ຍິງ 13 ຄົນ ແລະ ຕໍ່ກັບບັນດາຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈົນສາມາດມ້າງໄດ້ທັງຄະດີລາຍໃຫຍ່-ລາຍຍ່ອຍ ແລະ ຢຶດເຄື່ອງຂອງກາງໄດ້ເປັນຈໍໍານວນຫຼວງຫຼາຍ.

ເກັບກຳສະຖິຕິນໍາໂຮງຈັກ-ໂຮງງານ ໄດ້ 76 ແຫ່ງ, ຕະຫຼາດ ມີ 22 ແຫ່ງ, ປໍ້ານໍ້າມັນ 46 ປໍ້າ, ສັງວຽນຊ້ອມໄກ່ ມີ 17 ແຫ່ງ ບໍ່ມີໃບອານຸຍາດ 1 ແຫ່ງ; ຮ້ານສະນຸກເກີ ມີ 27 ຮ້ານ ມີ ບໍ່ມີໃບອານຸຍາດ 6 ຮ້ານ; ຂຶ້ນບັນຊີຄຸ້ມຄອງອາວຸດເສິກຂອງພະນັກງານໃນສຳນັກງານ-ອົງການທັງໝົດມີປືນສັ້ນ 5 ກະບອກ, ລົງປ້ອງກັນກອງປະຊຸມວັນສໍາຄັນຕ່າງໆຂອງພັກ-ຂອງຊາດ 8 ຄັ້ງ, ຕິດຕາມ ແລະ ກວດກາຮ້ານອິນເຕີເນັດກາເຟທົ່ວເມືອງໄຊທານີ ມີ 151 ຮ້ານ ແລະ ບໍ່ມີເອກະສານ 99 ຮ້ານ, ຮ້ານອົບນວດແຜນບູຮານ ມີທັງໝົດ 23 ຮ້ານ ແລະ ບໍ່ມີເອກະສານ ຈຳນວນ 4 ຮ້ານ.

ກວດກາປະຫວັດການເຄື່ອນໄຫວຂອງພົນລະເມືອງລາວທີ່ຖືກຜັກດັນຈາກປະເທດໄທຈໍານວນ 14 ຄົນ ຍິງ 5 ຄົນ, ລົງເກັບກຳສະຖິຕິຄົນຕ່າງປະເທດທີ່ມາພັກເຊົາທົ່ວເມືອງໄຊທານີ ມີຈຳນວນພົນທັງໝົດ 708 ຄົນ ຍິງ 341 ຄົນ ໃນນີ້, ພັກເຊົາບໍ່ຖືກຕ້ອງ 112 ຄົນ ຍິງ 10 ຄົນ ໂດຍມີ 20 ສັນຊາດ.

- 4 - ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ
- 3 - ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ
- 5 - ປີ 2024 ເມືອງໄຊທານີ ມີຄະດີອາຍາ 640 ເລື່ອງ ເດັ່ນກວ່າໝູ່ແມ່ນລັກຊັບ 439 ເລື່ອງ