ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ

- 111 13 - ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ
- kitchen vibe - ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ

      ກະຊວງສາທາລະນະສຸກຢູກັນດາເປີດເຜີຍໃນວັນທີ 30 ມັງກອນວ່າ: ໄດ້ພົບການລະບາດຂອງໄວຣັສອີໂບລາຢູ່ນະຄອນຫລວງກໍາປາລາ ໂດຍຜູ້ຕິດເຊື້ອຄົນທໍາອິດໄດ້ຮັບການຢືນຢັນນັ້ນເສຍຊີວິດແລ້ວໃນວັນທີ 29 ມັງກອນ ຖືເປັນການລະບາດຄັ້ງທີ 9 ໃນຢູກັນດາ ນັບແຕ່ພົບຜູ້ຕິດເຊື້ອຄົນທໍາອິດໃນປີ 2000.

      ຜູ້ເສຍຊີວິດເປັນພະຍາບານຊາຍປະຈໍາໂຮງໝໍຮັບສົ່ງຄົນເຈັບມູລາໂກ (Mulago National Referral Hospital) ໃນນະຄອນຫລວງກໍາປາລາ ໂດຍລາວເລີ່ມມີອາການຄ້າຍຄືໄຂ້ຫວັດ ລາວຈຶ່ງໄປພົບແພດໃນຫລາຍສະຖາບັນ ລວມທັງໂຮງໝໍມູລາໂກ ແລະ ໜໍພື້ນເມືອງ, ແຕ່ປິ່ນປົວບໍ່ເຊົາ.

- Visit Laos Visit SALANA BOUTIQUE HOTEL - ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ

      ກະຊວງສາທາລະນະສຸກຢູກັນດາລະບຸໃນຖະແຫລງການວ່າ: “ຄົນເຈັບຜູ້ນີ້ມີອາການອະໄວຍະວະຫລາຍສ່ວນລົ້ມເຫລວ ແລະ ເສຍຊີວິດຢູ່ໂຮງໝໍຮັບສົ່ງຄົນເຈັບມູລາໂກ ໃນວັນທີ 29 ມັງກອນ ໂດຍການສັນນະສູດສົບຢືນຢັນວ່າ: ເປັນເຊື້ອໄວຣັສອີໂບລາສາຍພັນຊູດັງ”.

      ປັດຈຸບັນເຈົ້າໜ້າທີ່ເລັ່ງຕິດຕາມຜູ້ສໍາຜັດໃກ້ຊິດແລ້ວ 44 ຄົນ ເປັນບຸກຄະລາກອນທາງການແພດ 30 ຄົນ, ແຕ່ການຕິດຕາມຜູ້ສໍາຜັດໃກ້ຊິດອາດເຮັດໄດ້ຍາກ ເພາະກໍາປາລາເປັນເມືອງໃຫຍ່ທີ່ມີຄົນອາໄສຢູ່ 4 ລ້ານກວ່າຄົນ ແລະ ເປັນສູນກາງການເດີນທາງເຊື່ອມຕໍ່ໄປຊູດັງໃຕ້, ຄອງໂກ, ຣາວັນດາ ແລະ ປະເທດໃກ້ຄຽງອື່ນໆ.

      ສໍານັກຂ່າວຣອຍເຕີລາຍງານວ່າ: ອີໂບລາເປັນໄຂ້ເລືອດອອກທີ່ຕິດຕໍ່ໄດ້ງ່າຍຜ່ານການສໍາຜັດຂອງເຫລວໃນຮ່າງກາຍ ແລະ ເນື້ອເຫຍື່ອຂອງຜູ້ຕິດເຊື້ອ, ຜູ້ຕິດເຊື້ອຈະມີອາການປວດຫົວ, ຮາກເປັນເລືອດ, ປວດເມື່ອຍກ້າມຊີ້ນ ແລະ ມີເລືອດອອກຕາມຮ່າງກາຍ.

      ອົງການອະນາໄມໂລກ (WHO) ປະກາດຈັດສັນເງິນສຸກເສີນ 1 ລ້ານໂດລາ ເພື່ອຄວບຄຸມການລະບາດໂດຍຮີບດ່ວນ, ພ້ອມປະສານງານກັບບໍລິສັດຜູ້ຜະລິດເພື່ອສົ່ງວັກຊີນທົດລອງໄປໃຫ້.

- 5 - ຢູກັນດາຢືນຢັນໄວຣັສອີໂບລາລະບາດຢູ່ນະຄອນຫລວງກໍາປລາ ມີຜູ້ເສຍຊີວິດແລ້ວ 1 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!