ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ

- TSNBg3wSBdng7ijMhaTOPifJ5Z5ta3jWCiyPFJ7aJf8 - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ
- kitchen vibe - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ

      ສື່ຂອງລັດຖະບານມຽນມາລາຍງານໃນວັນທີ 31 ມັງກອນວ່າ: ລັດຖະບານມຽນມາໄດ້ຕັດສິນໃຈຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ ກ່ອນຄົບຮອບ 4 ປີການເຮັດລັດຖະປະຫານໃນວັນທີ 1 ກຸມພານີ້.

       ສໍານັກຂ່າວຣອຍເຕີລາຍງານວ່າ: ນັບແຕ່ກອງທັບໂຄ່ນລົ້ມລັດຖະບານພົນລະເຮືອນທີ່ມາຈາກການເລືອກຕັ້ງຂອງນາງ ອອງຊານ ຊູຈີ ເຈົ້າຂອງລາງວັນໂນເບລສາຂາສັນຕິພາບ ມຽນມາກໍຕ້ອງຜະເຊີນສົງຄາມກາງເມືອງ ໂດຍລັດຖະບານທະຫານມີແຜນຈະຈັດການເລືອກຕັ້ງພາຍໃນປີນີ້, ແຕ່ຖືກຝ່າຍຕໍ່ຕ້ານເບິ່ງວ່າເປັນພຽງການເລືອກຕັ້ງຈອມປອມ ເພື່ອໃຫ້ກອງທັບສາມາດຮັກສາອໍານາດຜ່ານຕົວແທນໄດ້.

- Visit Laos Visit SALANA BOUTIQUE HOTEL - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ
- Visit Laos Visit SALANA BOUTIQUE HOTEL - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ

      MRTV ເຊິ່ງເປັນສະຖານີໂທລະພາບຂອງລັດ ປະກາດຂະຫຍາຍເວລາສະຖານະການສຸກເສີນດັ່ງກ່າວຜ່ານທາງເທເລແກຣມ. ພ້ອມລະບຸວ່າ: “ຍັງມີພາລະກິດອີກຈໍານວນທີ່ຕ້ອງປະຕິັດເພື່ອໃຫ້ການເລືອກຕັ້ງທົ່ວໄປເກີດຂຶ້ນໂດຍສໍາເລັດຜົນ ໂດຍສະເພາະເພື່ອການເລືອກຕັ້ງທີ່ເສລີ ແລະ ຍຸຕິທໍາ, ສະຖຽນລະພາບ ແລະ ສັນຕິພາບຈຶ່ງຍັງມີຄວາມຈໍາເປັນ”.

- 3 - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ
- 5 - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ
- 4 - ມຽນມາຕໍ່ເວລາສະຖານະການສຸກເສີນອີກ 6 ເດືອນ ກ່ອນຄົບຮອບ 4 ປີລັດຖະປະຫານ