11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025

- 475639966 934208528885948 3094611862585461036 n - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025
- kitchen vibe - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025

ທ່ານ ນາຍົກລັດຖະມົນຕີ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ດ້ານວຽກງານທີ່ດິນ ຕໍ່ການນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ໃນກອງປະຊຸມວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງ ວັນທີ 31 ມັງກອນ 2025 ທ່ານນາຍົກລັດຖະມົນຕີຊີ້ນຳວ່າ:

  1. ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ;

    2. ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດີນໃຫ້ບັນລຸຕົວເລກຄາດໝາຍ 300,000 ຕອນ ໃນປີ 2025;

    - Visit Laos Visit SALANA BOUTIQUE HOTEL - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025
    - Visit Laos Visit SALANA BOUTIQUE HOTEL - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025

    3. ຮີບຮ້ອນຈັດຕັ້ງປະຕິບັດມະຕິ ສະບັບເລກທີ 57/ຄປຈ ວ່າດ້ວຍການພິຈາລະນາຮັບຮອງ ການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ;

    4. ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໂດຍຈັດສັນທີ່ດິນໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໃຫ້ ໄດ້ 70% ແລະ ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30%);

    5. ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງແຜນ ຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານ ໃຫ້ສໍາເລັດໃນຂອບເຂດທົົ່ວປະເທດ ເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດ ແລະ ເປັນບ່ອນອີງໃນການຂື້ນທະບຽນອອກໃບຕາດິນ, ເກັບອາກອນ ທີ່ດິນປະຈໍາປີ;

    6. ຊຸກຍູ້ບັນດາຂະແໜງ ການ ຂື້ນບັນຊີທີ່ດິນລັດ ແລະ ສ້າງຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;

    7. ໃຫ້ກວດຄືນ ແລະ ດັດປັບເຂດປະເມີນລາຄາທີ່ດິນ ແລະ ແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ;

    8. ສຸມໃສ່ການຫັນເປັນທັນສະໄໝໃນວຽກງານການຄຸ້ມຄອງທີ່ດິນ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ໃຫ້ສໍາເລັດໂດຍໄວ ເພື່ອເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນໃນການຈັດເກັບລາຍຮັບ ກ່ຽວກັບ ທີ່ດິນ;

    9.ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກໍາມະສິດທີ່ດິນ), ການປ່ຽນປະເພດທີ່ດິນໃຫ້ເຂົ້າສູ່ລະບຽບການ ແລະ ເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ ແລະ ກໍານົດການຊໍາລະຜ່ານລະບົບທະນາຄານ;

    10. ໃຫ້ກວດກາ ແລະ ປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ໂດຍໃຫ້ກວດກາເນື້ອທີ່ດິນຄືນ, ໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາກອນທີ່ດິນ ຫຼື ບໍ່ພັດທະນາ ກໍ່ໃຫ້ມີມາດຕະການດ້ານວິໄນຕ່າງໆ ລວມທັງການກ້າວໄປເຖິງການຖອດຖອນສິດນໍາໃຊ້ທີ່ດິນຂອງໂຄງການ;

    11. ໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນ ກ່ຽວກັບ ວຽກງານທີ່ດິນ;

    - 5 - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025
    - 3 - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025
    - 4 - 11 ໜ້າວຽກເປົ້າໝາຍ ທີ່ນາຍົກຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະຕິບັດ 2025