ທ່ານ ທຣໍາ ເດີນໜ້າຂຶ້ນພາສີການາດາ, ແມັກຊິກ, ຈີນ ກົດດັນແກ້ໄຂບັນຫາຜູ້ອົບພະຍົບ-ຢາເຟນທານິລ

ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດເດີນໜ້າມາດຕະການເກັບພາສີສິນຄ້ານໍາເຂົ້າຈາກແມັກຊິກ ແລະ ການາດາໃນອັດຕາ 25% ແລະ ສິນຄ້ານໍາເຂົ້າຈາກຈີນໃນອັດຕາ 10% ໂດຍເລີ່ມຕົ້ນວັນທີ 1 ກຸມພາ ຕາມເວລາທ້ອງຖິ່ນ. ພ້ອມຢືນຢັນວ່າ: ທັງສາມປະເທດບໍ່ສາມາດເຮັດຫຍັງໄດ້ເພື່ອຢຸດຢັ້ງການຈັດເກັບພາສີໃນອັດຕາດັ່ງກ່າວ.
ທ່າທີຂອງທ່ານ ທຣໍາ ມີຂຶ້ນລະຫວ່າງໃຫ້ສໍາພາດຕໍ່ນັກຂ່າວຢູ່ທໍານຽບຂາວລະຫວ່າງການລົງນາມຄໍາສັ່ງຝ່າຍບໍລິຫານວັນທີ 31 ມັງກອນ.
ໂດຍຫລາຍອາທິດຜ່ານມາ, ທ່ານ ທຣໍາ ປະກາດຄໍາຂູ່ວ່າຈະເພີ່ມອັດຕາການເກັບພາສີຈົນກວ່າການາດາ ແລະ ແມັກຊິກຈະຢັບຢັ້ງການໄຫລເຂົ້າຂອງຜູ້ອົບພະຍົບຜິດກົດໝາຍເຂົ້າສູ່ອາເມລິກາ ຕະຫລອດຈົນກົດດັນໃຫ້ທັງສອງປະເທດລວມທັງຈີນ ປາບປາມບັນຫາການລັກລອບສົ່ງຢາເສບຕິດຮ້າຍແຮງ ຄືເຟນທານິລ (Fentanyl) ເຂົ້າໄປອາເມລິກາ ເຊິ່ງສົ່ງຜົນກະທົບຕໍ່ຊາວອາເມລິກາຈໍານວນຫລາຍ.
“ປະທານາທິບໍດີ ທຣໍາ ຈະເກັບພາສີນໍາເຂົ້າຈາກແມັກຊິກ 25%, ການາດາ 25% ແລະ ຈີນ 10% ເພື່ອຕອບໂຕ້ເຟນທານິລຜິດກົດໝາຍທີ່ພວກເຂົາເປັນແຫລ່ງຜະລິດ ແລະ ປ່ອຍໃຫ້ກະຈາຍເຂົ້າສູ່ປະເທດຂອງພວກເຮົາ ເຊິ່ງຂ້າຊີວິດຊາວອາເມລິກາໄປແລ້ວຫລາຍສິບລ້ານຄົນ. ນີ້ຄືຄໍາໝັ້ນສັນຍາທີ່ໃຫ້ໄວ້ ແລະ ຄໍາໝັ້ນສັນຍາທີ່ປະທານາທິບໍດີຮັກສາໄວ້”. ທ່ານ ແຄໂຣໄລນ໌ ເລວິດ ໂຄສົກທໍານຽບຂາວກ່າວໃນການຖະແຫລງຂ່າວ.
ເຖິງຢ່າງໃດກໍຕາມ, ສໍາລັບນໍ້າມັນທີ່ນໍາເຂົ້າຈາກການາດາ, ທ່ານ ທຣໍາ ກ່າວວ່າ: ຈະເກັບພາສີໃນອັດຕາ 10% ໂດຍອາດມີຜົນບັງຄັບໃຊ້ໃນວັນທີ 18 ກຸມພາ.
ນອກຈາກນີ້, ທ່ານຍັງປະກາດວ່າ: ອາເມລິກາມີແຜນຈະເພີ່ມການຈັດເກັບພາສີສິນຄ້ານໍາເຂົ້າຈາກສະຫະພາບເອີຣົບ ສໍາລັບສິນຄ້າປະເພດ ເຫລັກ, ອາລູມີນຽມ, ທອງແດງ ຕະຫລອດຈົນຢາ ແລະ ເຊມິຄອນດັກເຕີ ໂດຍອ້າງເຫດຜົນເນື່ອງຈາກການປະຕິບັດຕໍ່ອາເມລິກາທີ່ບໍ່ຄ່ອຍດີ ເຊິ່ງສະທ້ອນທ່າທີຂອງທ່ານທີ່ບໍ່ພໍໃຈຕໍ່ກໍລະນີອາເມລິກາຂາດດູນການຄ້າຕໍ່ປະເທດໃນ EU ມະຫາສານ.
ທັງນີ້, ທ່ານ ທຣໍາ ປະຕິເສດຄວາມຄິດເລື່ອງການໃຊ້ຄໍາຂູ່ເພີ່ມອັດຕາເກັບພາສີເປັນເຄື່ອງມືຕໍ່ລອງ ໂດຍຢືນຢັນວ່າສິ່ງທີ່ເກີດຂຶ້ນເປັນບັນຫາຈາກການຂາດດູນທາງການຄ້າຈໍານວນຫລາຍ.
ໂດຍຈີນ, ການາດາ ແລະ ແມັກຊິກ ຖືເປັນຄູ່ຄ້າລາຍໃຫຍ່ຂອງອາເມລິກາຄິດເປັນ 40% ຂອງສິນຄ້າທີ່ນໍາເຂົ້າໄປອາເມລິກາໃນປີຜ່ານມາ ເຊິ່ງການເພີ່ມອັດຕາເກັບພາສີດັ່ງກ່າວຂອງທ່ານ ທຣໍາ ເຮັດໃຫ້ເກີດຄວາມກັງວົນວ່າອາດເປັນສາເຫດເຮັດໃຫ້ເກີດສົງຄາມການຄ້າຄັ້ງໃຫຍ່ຮອບໃໝ່ ແລະ ເຮັດໃຫ້ລາຄາສິນຄ້າຢູ່ອາເມລິກາເພີ່ມສູງຂຶ້ນ.
ອ້າງອີງ: