ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025

- 2025 01 31t181115z 5 lynxnpel0u0ca rtroptp 3 usa trump - ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025
- kitchen vibe - ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025

ສໍານັກຂ່າວຣອຍເຕີລາຍງານວັນທີ 31 ມັງກອນ 2025 : ໂຄສົກທໍານຽບຂາວເປີດເຜີຍວ່າ ປະທານາທິບໍດີ ໂດນັນ ທຣໍາ ຈະຈັດເກັບພາສີນໍາເຂົ້າສິນຄ້າຈາກການນາດາ ແລະ ແມັກຊີໂກ ໃນອັດຕາ 25% ແລະ ຈັດເກັບພາສີນໍາເຂົ້າສິນຄ້າຈາກຈີນ 10% ໂດຍຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກຸມພາ 2025 ເປັນຕົ້ນໄປ ເພື່ອແກ້ບັນຫາການໄຫລວຽນຂອງເຟນທານິນ, ບັນຫາຜູ້ອົບພະຍົບ ແລະ ການຂາດດຸນການຄ້າ ເຊິ່ງເປັນໄປຕາມຄໍາໝັ້ນສັນຍາຂອງປະທານາທິບໍດີທີ່ເຄີຍໄດ້ກ່າວໄວ້.

ເຖິງຢ່າງໃດກໍຕາມສ່ວນນໍ້າມັນທີ່ນໍາເຂົ້າຈາກການາດາ, ທ່ານ ທຣໍາ ກ່າວວ່າ: ຈະເກັບພາສີໃນອັດຕາ 10% ໂດຍອາດມີຜົນບັງຄັບໃຊ້ໃນວັນທີ 18 ກຸມພາ.

ທາງດ້ານຫົວໜ້າຍຸດທະສາດການຕະຫລາດຂອງ Corpay Cross-Border Solutions ໃຫ້ຮູ້ວ່າ: ມາດຕະການປັບຂຶ້ນພາສີນຳເຂົ້າຂອງປະທານາທິບໍດີທຣໍາ ອາດເຮັດໃຫ້ພາສີຂອງຄົນອາເມລິກາ ເພີ່ມຂຶ້ນ 272,000 ລ້ານໂດລາຕໍ່ປີ ພ້ອມຍັງປະເມີນວ່າຈະເຮັດໃຫ້ຄົນອາເມລິກາຕ້ອງເສຍເງິນຫລາຍກວ່າ 2,600 ໂດລາຕໍ່ປີ ສໍາລັບແຕ່ລະຄົວເຮືອນ.

ກ່ອນໜ້ານີ້ ສໍານັກງານຂໍ້ມູນດ້ານພະລັງງານຂອງອາເມລິກາໄດ້ເປີດເຜີຍຂໍ້ມູນທີ່ລະບຸວ່າ ອາເມລິກາ ນໍາເຂົ້ານໍ້າມັນເກືອບ 4.6 ລ້ານຖັງ ຕໍ່ມື້ຈາກການາດາໃນເດືອນຕຸລາທີ່ຜ່ານມາ ແລະ ນໍາເຂົ້ານໍ້າມັນ 563,000 ຖັງຈາກແມັກຊີໂກ, ການຜະລິດນໍ້າມັນຂອງອາເມລິກາສະເລ່ຍເກືອບ 13.5 ລ້ານຖັງຕໍ່ມື້ໃນເດືອນດຽວ.

- 5 - ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025
- 4 - ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025
- 3 - ທ່ານ ໂດນັນ ທຣໍາ ຢືນຢັນຈະຂຶ້ນພາສີນໍາເຂົ້າ ຈາກການາດາ, ແມັກຊິໂກ 25% ແລະ ຈີນ 10% ເລີ່ມມີຜົນບັງຄັບໃຊ້ 1 ກຸມພາ 2025