ສະໜາມກິລາເຈົ້າອະນຸວົງ ແລະ ການປັບປຸງໃໝ່

- 475493895 1181474977321650 8920736937780903582 n - ສະໜາມກິລາເຈົ້າອະນຸວົງ ແລະ ການປັບປຸງໃໝ່
- kitchen vibe - ສະໜາມກິລາເຈົ້າອະນຸວົງ ແລະ ການປັບປຸງໃໝ່

ສະໜາມກິລາເຈົ້າອະນຸວົງ ບ້ານອະນຸຸ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສ້າງຂຶ້ນເມື່ອປີ 1950 ຖືເປັນສະໜາມກິລາທີ່ເກົ່າສຸດໃນນະຄອນຫລວງວຽງຈັນ.

ຕົ້ນປີນີ້ 2025 ສະໜາມກິລາແຫ່ງນີ້ຈະມີການບູຣະນະປັບປຸງໃຫ້ທັນສະໄໝ ດີຂຶ້ນກວ່າເກົ່າ ໂດຍໄດ້ການສະໜັບສະໜູນເງິນທຶນຈາກປະເທດຍີ່ປຸ່ນ ຄາດວ່າການບູລະນະ ແລະ​ ສ້າງສາຄັ້ງນີ້ ຈະໃຫ້ສໍາເລັດໃນປີ 2026.​

- Visit Laos Visit SALANA BOUTIQUE HOTEL - ສະໜາມກິລາເຈົ້າອະນຸວົງ ແລະ ການປັບປຸງໃໝ່

ທ່ານ​ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ​ ກະຊວງ​ ສຶກສາທິການ ແລະ ກິລາ ໄດ້ກ່າວໃນພິທີເຄື່ອນຍ້າຍຮູບປັ້ນເຈົ້າອານຸວົງ ໄປປະດິດສະຖານຢູ່ຫໍມູນເຊື້ອ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊົ່ວຄາວ ໃນວັນທີ 9 ທັນວາ 2024 ທີ່ຜ່ານມາ​ ວ່າ: ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ໄດ້ລິເລີ່ມຂໍການຊ່ວຍເຫຼືອລ້າຈາກລັດຖະບານປະເທດຍີ່ປຸ່ນ ຕັ້ງແຕ່ປີ 2020 ເຊິ່ງໃນການກະກຽມໂຄງການໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2021 ເຮັດໃຫ້ການກະກຽມໃຊ້ເວລາແກ່ຍາວພໍສົມຄວນ ຕົກມາຮອດປີ 2023 ຈຶ່ງໄດ້ຮັບການອະນຸມັດການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຄືວັນທີ 10 ພະຈິກ 2023 ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ​ ກະຊວງ​ ການຕ່າງປະເທດ​ ແຫ່ງ ສປປ ລາວ ແລະ ທ່ານລັດຖະມົນຕີ​ ກະຊວງ​ການຕ່າງປະເທດ ແຫ່ງປະເທດຍີ່ປຸ່ນ ໄດ້ລົງນາມ ແລະ ມອບຮັບສານແລກປ່ຽນການຊ່ວຍເຫຼືອລ້າ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເຊິ່ງໂຄງການປັບປຸງສະໜາມກິລາເຈົ້າອານຸວົງ (The Project for The Reconstruction of The Chao Anouvong Stadium) ມີມູນຄ່າ 4,171,000,000 ເຢັນ (ປະມານ 609.65 ຕື້ກີບ) ແລະ ໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງເດືອນ ຕຸລາ 2026 (22 ເດືອນ).

ວັນທີ 26 ທັນວາ 2023 ກະຊວງແຜນການ ແລະ ການລົງທຶນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາ ສປປ ລາວ ກໍໄດ້ລົງນາມສັນຍາທຶນການຊ່ວຍເຫຼືອລ້າໂຄງການດັ່ງກ່າວ ທີ່ ນວ ມາຮອດວັນທີ 5 ພະຈິກ 2024 ຫ້ອງການ​ ກະຊວງ​ ສຶກສາທິການ ແລະ ກິລາ ກໍໄດ້ລົງນາມສັນຍາກັບບໍລິສັດກໍ່ສ້າງຍີ່ປຸ່ນ HAZAMA ANDO – TOA ROAD JV ທີ່ຊະນະການປະມູນວຽກກໍ່ສ້າງ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ຈຸດປະສົງຂອງໂຄງການ ແມ່ນຈະສ້າງສະໜາມກິລາແບບມີສ່ວນຮ່ວມ ແຫ່ງທໍາອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກິລາ​ ໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກຳທີ່ຫຼາກຫຼາຍ ທັງເປັນສະຖານທີ່ເຝິກແອບ-ເຝິກຊ້ອມ-ແຂ່ງຂັນ ໃຫ້ນັກກິລາຄົນພິການ ແລະ ບໍ່ພິການ ກາຍເປັນບ່ອນເຕົ້າໂຮມມວນຊົນ ໃຫ້ມ່ວນຊື່ນກັບກິດຈະກຳກິລາ ສ້າງສະພາບແວດລ້ອມທີ່ດີໃນ ນວ ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ຄົນພິການ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືການພັດທະນາກິລາ-ກາຍຍະກຳ ໃຫ້ຄົນເຮົາມີສຸຂະພາບທາງກາຍ ແລະ ຈິດໃຈທີ່ເຂັ້ມແຂງ ຄຽງຄູ່ກັນນີ້ ສະໜາມກິລາເຈົ້າອານຸວົງແຫ່ງໃໝ່ນີ້ ຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ຂອງສອງຊາດລາວ-ຍີ່ປຸ່ນ,​ ຍີ່ປຸ່ນ-ລາວ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025.

- 3 - ສະໜາມກິລາເຈົ້າອະນຸວົງ ແລະ ການປັບປຸງໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!