ອິດສະລາແອນອະນຸມັດເປີດຈຸດຜ່ານແດນຣາຟາ ຫລັງແລກປ່ຽນຕົວປະກັນຮອບທີ 4
February 1, 2025 - 4:15 PM

ກຸ່ມຮາມັດເປີດເຜີຍວ່າ: ຈະມີການເປີດຈຸດຜ່ານແດນຣາຟາໃນວັນທີ 1 ກຸມພາ ຫລັງມີການແລກປ່ຽນຕົວປະກັນອິດສະລາແອນ ແລະ ນັກໂທດປາແລັສຕິນຮອບທີ 4 ພາຍໃຕ້ຂໍ້ຕົກລົງຢຸດຍິງ.
“ເຈົ້າໜ້າທີ່ຈາກປະເທດໄກ່ເກ່ຍໄດ້ແຈ້ງຮາມັດວ່າ: ອິດສະລາແອນໄດ້ອະນຸມັດການເປີດຈຸດຜ່ານແດນຣາຟາໃນວັນທີ 2 ກຸມພາ ພາຍຫລັງສໍາເລັດການແລກປ່ຽນຕົວປະກັນ ແລະ ນັກໂທດຮອບທີ 4” ເຈົ້າໜ້າທີ່ຮາມັດທ່ານໜຶ່ງກ່າວ.
ທັງນີ້, ຈຸດຜ່ານແດນຣາຟາ ເຊິ່ງຕິດກັບອີຢິບ ຖືເປັນປະຕູທາງເຂົ້າທີ່ສໍາຄັນໃນການສົ່ງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ເຂດກາຊາ, ແຕ່ໄດ້ຖືກປິດລົງນັບແຕ່ກອງທັບອິດສະລາແອນເຂົ້າຄວບຄຸມບໍລິເວນດັ່ງກ່າວໃນເດືອນພຶດສະພາ 2024.