ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ

- 111 1 - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ
- kitchen vibe - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ

       ລັດຖະບານການາດາປະກາດຂຶ້ນພາສີສິນຄ້າຂອງອາເມລິກາ 25% ຕອບໂຕ້ມາດຕະການຂອງປະທານາທິບໍດີ ໂດນັລ ທຣໍາ ແລະ ເຕືອນວ່າ: ຊາວອາເມລິກາຈະໄດ້ຮັບຜົນກະທົບ ເພາະນະໂຍບາຍຂອງຜູ້ນໍາອາເມລິກາຄົນປັດຈຸບັນ.

       ນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ກ່າວວ່າ: ການາດາຢາກສື່ສານໂດຍກົງໄປເຖິງຊາວອາເມລິກາວ່າ: ມາດຕະການຂຶ້ນພາສີ 25% ຕໍ່ສິນຄ້າຂອງການາດາ ແລະ 10% ສໍາລັບພະລັງງານ ເຊິ່ງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃຊ້ກັບການາດາ ມີແຕ່ຈະສົ່ງຜົນກະທົບຢ້ອນກັບໄປຫາຊາວອາເມລິກາຫລາຍຂຶ້ນເທົ່ານັ້ນ ເພາະຄ່າຄອງຊີບຂອງປະຊາຊົນໃນອາເມລິກາຈະສູງຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ
- Visit Laos Visit SALANA BOUTIQUE HOTEL - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ

       ເຖິງຢ່າງໃດກໍຕາມ, ການາດາຕ້ອງຕອບໂຕ້ມາດຕະການດັ່ງກ່າວ “ໃນລະດັບເທົ່າທຽມກັນ” ດ້ວຍການຂຶ້ນພາສີສິນຄ້າຂອງອາເມລິກາໃນອັດຕາ 25% ໂດຍສ່ວນໜຶ່ງຈະມີຜົນໃນວັນທີ 4 ກຸມພາ ມູນຄ່າ 30,000 ລ້ານໂດລາການາດາ ແລະ ເຫລືອອີກ 125,000 ລ້ານໂດລາການາດາ ຈະມີຜົນພາຍໃນໄລຍະເວລາ 21 ວັນ ເພື່ອເປີດໂອກາດໃຫ້ຜູ້ປະອບການຢູ່ການາດາປັບຕົວ. ທັງນີ້, ທ່ານ ທຣູໂດ ຍັງບໍ່ໄດ້ປະກາດຢ່າງເປັນທາງການວ່າສິນຄ້າຂອງອາເມລິກາທີ່ການາດາຈະຂຶ້ນພາສີມີຫຍັງແດ່.

       ປັດຈຸບັນ, 17% ຂອງການສົ່ງອອກຈາກອາເມລິກາມີປາຍທາງຄືການາດາ, ຂະນະທີ່ຫລາຍກວ່າ 75% ຂອງສິນຄ້າທີ່ສົ່ງອອກຈາກການາດາມີຕະຫລາດຮັບຊື້ຄືອາເມລິກາ.

      ຢ້ອນກັບໄປເມື່ອຄັ້ງທ່ານ ທຣໍາ ດໍາລົງຕໍາແໜ່ງຜູ້ນໍາອາເມລິກາສະໄໝທໍາອິດ ມີການຂຶ້ນພາສີເຫລັກ ແລະ ອາລູມີນຽມຈາກການາດາ ໃນອັດຕາ 25% ແລະ 10% ຕາມລໍາດັບ ໂດຍທ່ານ ທຣໍາ ໃຫ້ເຫດຜົນເພື່ອຄວາມໝັ້ນຄົງຂອງປະເທດ. ຈາກນັ້ນ ການາດາຕອບໂຕ້ດ້ວຍການຂຶ້ນພາສີສິນຄ້າຫລາຍຢ່າງຂອງອາເມລິກາ ສົງຄາມການຄ້າລະຫວ່າງສອງປະເທດມີຜົນເປັນເວລາ 1 ປີ ກ່ອນມີການບັນລຸຂໍ້ຕົກລົງຮ່ວມກັນ.

- 3 - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ
- 4 - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ
- 5 - ການາດາຂຶ້ນພາສີສິນຄ້າອາເມລິກາ 25% ເຕືອນຄົນອາເມລິກາເດືອນຮ້ອນເພາະທ່ານ ທຣໍາ