ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ

- 476149718 1182219377247210 2902054762719151498 n - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ
- kitchen vibe - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານວ່າ: ໃນກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ່ 11/ ນຍ ປະຈຳປີ 2024 ທີ່ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ໃນປີ 2024 ຜ່ານມາ, ພາກສ່ວນກ່ຽວຂ້ອງໄດ້ເຮັດວຽກງານໂຄສະນາເຜີຍແຜ່ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ໄດ້ທັງໝົດ 385 ບ້ານ, ວຽກງານດັບມອດໄຟໄໝ້ລາມປ່າໄດ້ທັງຫມົດ 105 ຈຸດ ມີ 78 ບ້ານ, ເນື້ອທີ່ຖຶກເສຍຫາຍ 3,744 ກ່ວາເຮັກຕາ, ທຽບໃສ່ປີ 2023 ຫລຸດລົງ 57%. ກວດກາ ແລະ ເກັບກໍາຂໍ້ມູນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ຈຳນວນ 70 ບ້ານ ພົບເຫັນຜູ້ກະທໍາຜິດທັງໝົດ 592 ກໍລະນີ ເນື້ອທີ່ຖືກເສຍຫາຍ ທັງໝົດ 634.57 ເຮັກຕາ, ກວດກາ, ເກັບກໍາຂ້ມູນ ເນື້ອທີ່ຖືກເສຍຫາຍ ທັງໝົດ 15.4 ເຮັກຕາ, ພົບເຫັນຜູ້ກະທໍາຜິດ 82 ກໍລະນີ. ໃນນີ້, ນອນໃນເຂດຄວາມຮັບຜິດຊອບຂອງແຂວງ 2 ກໍລະນີ ແລະ ຂອງເມືອງ 80 ກໍລະນີ.

ທົ່ວແຂວງ ພົບເຫັນຜູ້ກະທໍາຜິດກ່ຽວກັບການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ທັງໝົດ 674 ກໍລະນີ, ແກ້ໄຂແລ້ວ 214 ກໍລະນີ ເທົ່າກັບ 31.4%, ຍັງຄົງຄ້າງ 460 ກໍລະນີ ເທົ່າກັບ 68.6%, ໃນນັ້ນ ແກ້ໄຂຮູບການສຶກສາອົບຮົມ ມີ 27 ກໍລະນີ, ຖາງປ່າ 27 ກໍລະນີ, ຮູບການປັບໃໝ 187 ກໍລະນີ, ຖາງປ່າ 159 ກໍລະນີ, ໄຟໄໝ້ປ່າ 28 ກໍລະນີ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ
- Visit Laos Visit SALANA BOUTIQUE HOTEL - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ
- 4 - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ
- 5 - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ
- 3 - ປີ 2024 ແຂວງອຸດົມໄຊ ພົບຜູ້ບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ 674 ກໍລະນີ