ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ

- 222 1 - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ
- kitchen vibe - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ

     ປະທານາທິບໍດີ ຄໍເດຍ ເຊນບາມ ຜູ້ນໍາແມັກຊິກ ສັ່ງໃຫ້ລັດຖະມົນຕີກະຊວງເສດຖະກິດ ໃນວັນທີ 1 ກຸມພາຜ່ານມາ ໃຫ້ດໍາເນີນມາດຕະການດ້ານພາສີ ແລະ ບໍ່ແມ່ນພາສີ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ ຫລັງຈາກອາເມລິກາປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກແມັກຊິກ.

      ປະທານາທິບໍດີ ເຊນບາມ ລະບຸວ່າ: ບັນຫາບໍ່ສາມາດແກ້ໄຂໄດ້ດ້ວຍການຂຶ້ນພາສີ, ແຕ່ຕ້ອງໃຊ້ການໂອລົມ ແລະ ເຈລະຈາ. ພ້ອມປະຕິເສດຂໍ້ກ່າວຫາຈາກທໍານຽບຂາວທີ່ລະບຸວ່າ: ລັດຖະບານແມັກຊິກສົມຮູ້ຮ່ວມຄິດກັບອົງກອນອາດຊະຍາກໍາ ລວມທັງຄັດຄ້ານຄວາມພະຍາຍາມໃດໆທີ່ຈະແຊກແຊງອະທິປະໄຕຂອງແມັກຊິກຢ່າງເດັດຂາດ.

- Visit Laos Visit SALANA BOUTIQUE HOTEL - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ
- Visit Laos Visit SALANA BOUTIQUE HOTEL - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ

       ນອກຈາກນີ້, ປະທານາທິບໍດີ ເຊນບາມ ຍັງລະບຸວ່າ: ຖ້າອາເມລິກາຕ້ອງການປາບປາມກຸ່ມອາດຊະຍາກໍາທີ່ຄ້າຂາຍຢາເສບຕິດ ແລະ ສ້າງຄວາມຮຸນແຮງ ທັງສອງປະເທດຄວນຮ່ວມມືກັນຢ່າງບູລະນະການ ພາຍໃຕ້ຫລັກການຄວາມຮັບຜິດຊອບຮ່ວມກັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ.

       ທັງນີ້, ນັບແຕ່ເຂົ້າຮັບຕໍາແໜ່ງໃນເດືອນຕຸລາຜ່ານມາ, ລັດຖະບານພາຍໃຕ້ການນໍາຂອງປະທານາທິບໍດີ ເຊນບາມ ໄດ້ຢຶດຢາເສບຕິດເຟນທານິລ 20 ລ້ານກວ່າໂດສ ພ້ອມຈັບກຸມຜູ້ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ 10,000 ກວ່າຄົນ.

      ສ່ວນປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ກ່າວວ່າ: ການຂຶ້ນພາສີຄັ້ງນີ້ເປັນຜົນມາຈາກການລົ້ມເຫລວຂອງແມັກຊິກໃນການສະກັດກັ້ນການລັກລອບນໍາເຂົ້າເຟນທານິລ ລວມທັງບັນຫາຜູ້ອົບພະຍົບທີ່ໄຫລເຂົ້າອາເມລິກາຢ່າງໄຮ້ການຄວບຄຸມ.

- 5 - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ
- 4 - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ
- 3 - ຜູ້ນໍາແມັກຊິກຕອບໂຕ້ອາເມລິກາ ສັ່ງຂຶ້ນພາສີສິນຄ້ານໍາເຂົ້າ