ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ

- representational image 1738403910 5400 - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ
- kitchen vibe - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ

      ກະຊວງການເງິນຂອງອິນເດຍ ເປີດເຜີຍເຖິງການຫລຸດພາສີເງິນລາຍໄດ້ໃນວົງກວ້າງ ເນື່ອງຈາກລັດຖະບານນິວເດລີຫວັງຈະສະໜັບສະໜູນການບໍລິໂພກ ແລະ ກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ.

      ການຂະຫຍາຍຕົວທາງເສດຖະກິດຂອງອິນເດຍ ຄາດວ່າຈະມີອັດຕາຊ້າທີ່ສຸດ ນັບແຕ່ການລະບາດຂອງພະຍາດໂຄວິດ-19 ໃນປີງົບປະມານປັດຈຸບັນ ຫລັງການເຕີບໃຫຍ່ທາງເສດຖະກິດຢູ່ທີ່ຫລາຍກວ່າ 8% ໃນປີຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ
- Visit Laos Visit SALANA BOUTIQUE HOTEL - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ

      ຜູ້ບໍລິໂພກຊາວອິນເດຍຕ້ອງແບກຮັບພາລະຈາກເງິນເຟີ້ອາຫານທີ່ສູງ ແລະ ການເພີ່ມຂຶ້ນຂອງຄ່າຈ້າງທີ່ອ່ອນແອ ເຊິ່ງເປັນປັດໄຈສອງປະການທີ່ສົ່ງຜົນກະທົບຕໍ່ການບໍລິໂພກໃນເມືອງ.

      “ໂຄງສ້າງໃໝ່ຈະຊ່ວຍຫລຸດພາສີຂອງຊົນຊັ້ນກາງໄດ້ຫລາຍ ແລະ ເຮັດໃຫ້ພວກເຂົາມີເງິນເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ການບໍລິໂພກໃນຄອບຄົວ, ເງິນອອມ ແລະ ການລົງທຶນເພີ່ມຂຶ້ນເຊັ່ນກັນ” ນາງ ນິຣມາລາ ສິຣາມັນ ລັດຖະມົນຕີກະຊວງການເງິນອິນເດຍ ກ່າວຕໍ່ລັດຖະສະພາ ລະຫວ່າງການເປີດເຜີຍງົບປະມານປະຈໍາປີ 2025.

      ນາງ ສິຣາມັນ ກ່າວອີກວ່າ: ບຸກຄົນທີ່ມີລາຍໄດ້ຕໍ່ປີບໍ່ເກີນ 1.2 ລ້ານຣູປີອິນເດຍ ຈະໄດ້ຮັບການຍົກເວັ້ນພາສີເງິນລາຍໄດ້ ເຊິ່ງຕົວເລກດັ່ງກ່າວເພີ່ມຂຶ້ນເກືອບ 2 ເທົ່າ ຈາກເກນປອດພາສີກ່ອນໜ້ານີ້ ເຊິ່ງຢູ່ທີ່ 700,000 ຣູປີອິນເດຍ.

      ນອກຈາກນີ້, ກະຊວງການເງິນອິນເດຍຍັງປະກາດຫລຸດພາສີສໍາລັບລະບົບໃໝ່ທີ່ນໍາມາໃຊ້ໃນປີ 2020 ໂດຍປັດຈຸບັນຜູ້ທີ່ມີລາຍໄດ້ 1.6-2.4 ລ້ານຣູປີອິນເດຍຕໍ່ປີ ຈະຕ້ອງເສຍພາສີໃນອັດຕາ 20-25% ເຊິ່ງຫລຸດລົງຈາກອັດຕາເກົ່າ 30%.

- 5 - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ
- 4 - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ
- 3 - ລັດຖະບານອິນເດຍປະກາດຫລຸດພາສີເງິນລາຍໄດ້ ເພື່ອກະຕຸ້ນເສດຖະກິດທີ່ຂະຫຍາຍຕົວຊ້າ