ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ຄົ້ນຄ້ວາ ແລະ ພິຈາລະນາ ບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ດຳເນີນໄປໃນວັນທີ 3 ກຸມພາ 2025 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
- ລາຍງານ ກ່ຽວກັບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກ ງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງລັດຖະບານ; ການກະກຽມກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025, ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ, ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025 ທີ່ Osaka, ປະເທດຍີ່ປຸ່ນ, ຜົນສໍາເລັດການກໍານົດເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫລວງ, ແຂວງ ກັບ ແຂວງ ທົ່ວປະເທດ ແລະ ລາຍງານຂໍທິດຊີ້ນໍາວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ.
- ຮ່າງຍຸດທະສາດ ການບໍລິຫານລັດແບບດີຈີຕອນ.
- ຮ່າງດຳລັດ ວ່າດ້ວຍ ກະສິກຳສະອາດ .
- ຮ່າງດຳລັດ ວ່າດ້ວຍ ສິນເຊື່ອກາກບອນ.
- ຮ່າງດຳລັດ ວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ.
- ຮ່າງດຳລັດ ວ່າດ້ວຍ ການເອົາເດັກໄປເປັນລູກລ້ຽງ.
- ຮ່າງດໍາລັດ ວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ.
ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ້ງຕ່າງໆຢູ່ໃນພາກພື້ນ ແລະ ສາກົນ, ການແຂ່ງຂັນທາງດ້ານເຕັກໂນໂລຊີ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດມະຫາອຳນາດ, ບັນຫາໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ທົ່ວສັງຄົມຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງ ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະ ບັນຫາລາຄາສິນຄ້າ, ຄ່າຄອງຊີບສູງ, ການແກ້ໄຂ ບັນຫາໜີ້ສິນ, ບັນຫາມົນລະພິດທາງອາກາດ, ລວມທັງ ການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເຊິ່ງບັນຫານີ້ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການແກ້ໄຂ ໃນໄລຍະກາງ ແລະ ໄລຍະຍາວ ທີ່ໄດ້ວາງອອກໃນໄລຍະຜ່ານມາ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.