ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ

- 111 2 - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ
- kitchen vibe - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ

      ລັດຖະບານອິນໂດເນເຊຍວາງແຜນຈະກໍານົດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ເຊິ່ງເປັນສ່ວນໜຶ່ງຂອງກົດລະບຽບທີ່ຈະມີການບັງຄັບໃຊ້ໃນມໍ່ໆນີ້ ໂດຍມີຈຸດປະສົງເພື່ອຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍໃນສັງຄົມອອນລາຍ.

       ທ່ານ ມູດຢາ ຮາຟິດ ລັດຖະມົນຕີກະຊວງການສື່ສານ ແລະ ດິຈີຕອນຂອງອິນໂດເນເຊຍ ກ່າວໃນຖະແຫລງການວ່າ: ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ໄດ້ເນັ້ນໃຫ້ຄະນະລັດຖະບານອອກກົດລະບຽບກ່ຽວກັບການປົກປ້ອງເຍົາວະຊົນຈາກໂລກດິຈີຕອນພາຍໃນ 1-2 ເດືອນນີ້ ເຊິ່ງອາດລວມທັງຂໍ້ຈໍາກັດດ້ານອາຍຸໃນການໃຊ້ໂຊຊຽວມີເດຍ.

- Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ
- Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ

      ສໍານັກຂ່າວບລູມເບິກລາຍງານວ່າ: ແຜນດັ່ງກ່າວມີຂຶ້ນຫລັງຈາກປະເທດໃກ້ຄຽງ ຄືອົດສະຕຣາລີໄດ້ອອກກົດໝາຍຫ້າມເດັກອາຍຸຕໍ່າກວ່າ 16 ປີນໍາໃຊ້ໂຊຊຽວມີເດຍ ເພື່ອປົກປ້ອງເຍົາວະຊົນຈາກເນື້ອໃນທີ່ເປັນອັນຕະລາຍ.

      ວຸດທິສະພາອົດສະຕຣາລີມີມະຕິຜ່ານຮ່າງກົດໝາຍຫ້າມເດັກອາຍຸຕໍ່າກວ່າ 16 ປີນໍາໃຊ້ໂຊຊຽວມີເດຍ ສົ່ງຜົນເຮັດໃຫ້ປະເທດອົດສະຕຣາລີກາຍເປັນປະເທດທໍາອິດທີ່ບັງຄັບໃຊ້ກົດໝາຍດັ່ງກ່າວ. ຂະນະທີ່ລັດຖະບານຂອງປະເທດທົ່ວໂລກກໍາລັງພະຍາຍາມປົກປ້ອງເຍົາວະຊົນຈາກຄວາມສ່ຽງຕໍ່ສຸຂະພາບກາຍ ແລະ ໃຈທີ່ເກີດຈາກສື່ອອນລາຍ.

      ຮ່າງກົດໝາຍດັ່ງກ່າວເຊິ່ງຜ່ານຄວາມເຫັນພ້ອມໃນວຸດທິສະພາໃນເດືອນພະຈິກ 2024 ກໍານົດໃຫ້ບໍລິສັດຜູ້ໃຫ້ບໍລິການໂຊຊຽວມີເດຍຕ້ອງດໍາເນີນມາດຕະການທີ່ເໝາະສົມ ເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນທີ່ມີອາຍຸຕໍ່າກວ່າ 16 ປີສ້າງບັນຊີໃນໂຊຊຽວມີເດຍເຊັ່ນ: TikTok, Facebook, Snapchat, Instagram, Reddit ແລະ X. ບໍ່ສະນັ້ນຈະຖືກລົງໂທດປັບໄໝສູງສຸດ 49,5 ລ້ານໂດລາອົດສະຕຣາລີ ຫລື ປະມານ 32 ລ້ານໂດລາສະຫະລັດ.

- 5 - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ
- 4 - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ
- 3 - ອິນໂດເນເຊຍກຽມຈໍາກັດອາຍຸຜູ້ນໍາໃຊ້ໂຊຊຽວມີເດຍ ຫວັງຄຸ້ມຄອງເຍົາວະຊົນຈາກຄອນເທນອັນຕະລາຍ