ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ

- 476303539 1016543923844132 774356354955286167 n - ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ
- kitchen vibe - ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ

ວັນທີ 31 ມັງກອນ 2025 ໄດ້ມີ ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານ ຂອງທ່ານ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ.

ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ຜູ້ເກົ່າ ໄດ້ສະຫຼຸບ ຕີລາຄາຄືນໂດຍຫຍໍ້ໃນການນໍາພາ-ຊີ້ນໍາທຸກຂົງເຂດວຽກງານຕົວຈິງໃນໄລຍະຜ່ານມາ, ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຮັບຜິດຊອບສູງຕໍ່ການນໍາພາຂອງກົມກອງ ໂດຍສະເພາະວຽກງານການເມືອງ, ການຈັດຕັ້ງ, ການນໍາພາປັບປຸງລະບຽບແຜນວິທີເຮັດວຽກ ບົ້ນພື້ນຖານຫຼັກການລວມສູນ ປະຊາທິປະໄຕ, ນໍາພາກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕິດພັນກັບການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງກົມກອງ-ນັກຮົບວັດທະນະທໍາ ໄປຄຽງຄູ່ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຫັນວ່າມີຜົນສໍາເລັດ.

ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ (ຜູ້ເກົ່າ) ແລະ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ (ຜູ້ໃໝ່) ຢ່າງເປັນທາງການ.

ທີ່ມາ: Lao people’s Army News

- 4 - ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ
- 3 - ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ
- 5 - ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ