ປກສ ແຂວງຫົວພັນ ທໍາລາຍໄຮ່ຢາຝິ່ນ ທີ່ປະຊາຊົນລັກລອບປູກ 7,5 ເຮັກຕາ.
February 4, 2025 - 11:06 AM


ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 31 ມັງກອນ ຜ່ານມານີ້, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ ສົມທົບກັບທະຫານເມືອງຊໍາເໜືອ ພ້ອມດ້ວຍອໍານາດການປົກຄອງບ້ານ ເກືອບ 40 ຄົນ ໄດ້ລົງທໍາລາຍ ໄຮ່ຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ກຸ່ມບ້ານຫ້ວຍມ້າ ຈຸດບ້ານກໍໄຮ ເມືອງຊໍາເໜືອ ແຂວງຫົວພັນ ຈໍານວນ 8 ຕອນ ເນື້ອທີ່ທັງໝົດ 7ເຮັກຕາເຄິ່ງ ຫຼື 7,5 ເຮັກຕາ.


ນອກຈາກຈຸດ ບ້ານກໍໄຮ ແລ້ວ, ຍັງມີອີກຫລາຍຈຸດ ຢູ່ຂອບເຂດບ້ານຕໍ່ບ້ານ ແລະ ເມືອງຕໍ່ເມືອງ ແລະ ເຂດທີ່ຫ່າງໄກສອກຫລີກ ທີ່ຍັງບໍ່ທັນໄດ້ທໍາລາຍ, ສະນັ້ນ ປກສ ແຂວງຫົວພັນ ຈຶ່ງໄດ້ເລັ່ງສຸມໃສ່ແກ້ໄຂ ແລະ ທໍາລາຍໄຮ່ຝິ່ນ ທີ່ປະຊາຊົນລັກລອບປູກ ໃຫ້ທັນເວລາເຮັດໃຫ້ຢາເສບຕິດຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ທີ່ມາ: ປກສ ແຂວງຫົວພັນ