ຍິງ ກໍ່ເຫດປຸ້ນຊິງເອົາຄຳ ແມ່ຕູ້ ອາຍຸ 67 ປີ ໄປບໍ່ລອດ ຖືກຈັບຕົວດຳເນີນຄະດີ

ປກສ ແຂວງອັດຕະປື ລາຍງານໃນວັນທີ 3 ກຸມພາ 2025 ນີ້ວ່າ: ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫລວດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳເອົາວັດຖຸຂອງກາງ ສາຍຄໍຄຳ 1 ເສັ້ນ, ຕ້າງຫູຄຳ 1 ຄູ່ ທີ່ເກັບກູ້ມາໄດ້ຈາກການປຸ້ນຊັບ ມອບໃຫ້ເຈົ້າຂອງເດີມ ແລະ ນຳຕົວຜູ້ກໍ່ເຫດມາຈຳລອງເຫດການຄືນ.
ເຫດການປຸ້ນຊັບ, ເກີດຂຶ້ນໃນວັນທີ 16 ທັນວາ 2024 ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ຖືກຄົນຮ້າຍປຸ້ນຊີງເອົາຄຳຂອງຕົນເອງໄປ ຢູ່ເຂດບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ພາຍຫລັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ລົງໄປເກັບກຳຂໍ້ມູນຫລັກຖານຢ່າງລະອຽດ ຢູ່ຈຸດເກີດເຫດ ຈິ່ງຮູ້ວ່າຜູ້ຖືກເສຍຫາຍຊື່ນາງ ບຸນຄໍ້າ ອາຍຸ 67 ປີ ອາຊີບພະນັກງານບຳນານ ຢູ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື. ຈາກນັ້ນ, ກໍ່ໄດ້ຕິດຕາມ ແລະ ກຳນົດເປົ້າໝາຍຫາຜູ້ກໍ່ເຫດ.
ຈາກການເກັບກຳຂໍ້ມູນຫລັກຖານນຳຜູ້ເຫັນເຫດການຈິ່ງຮູ້ວ່າຜູ້ຖືກສົງໃສ ຊື່ນາງ ດາວອນ ອາຍຸ 41 ປີ ອາຊີບຄ້າຂາຍ ຢູ່ບ້ານດຽວກັນ ຈິ່ງໄດ້ນຳກຳລັງເຂົ້າກັກຕົວຜູ້ກ່ຽວມາສືບສວນ-ສອບສວນໃນເວລາດຽວກັນ, ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າ ໄດ້ລົງມືກໍ່ເຫດຕາມການກ່າວຫາຂອງເຈົ້າໜ້າທີ່ແທ້ ຜ່ານການສັງເກດຕີລາຄາ ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນແມ່ນມີເຈດຕະນາລັກຊັບ ເຊີ່ງຜິດກົດໝາຍອາຍາໃນມາດຕາ 230 ສະບັບປັບປຸງປີ 2017 ເຊິ່ງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ສ່ວນຄະດີດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການດຳເນີນຂອງເຈົ້າໜ້າທີ່.