ຈີນຂຶ້ນພາສີສິນຄ້າອາເມລິກາ ສອບສວນ Google ລະເມີດກົດໝາຍຜູກຂາດຕະຫລາດ

ລັດຖະບານຈີນຕອບໂຕ້ກໍາແພງການຄ້າຮອບໃໝ່ຂອງອາເມລິກາ ດ້ວຍການຂຶ້ນພາສີສິນຄ້າຫລາຍປະເພດຂອງອີກຝ່າຍແບບສະເພາະເຈາະຈົງເພີ່ມຈາກອັດຕາເກົ່າອີກ 10-15% ພ້ອມສອບສວນການດໍາເນີນງານຂອງ Google.
ກະຊວງການຄ້າຈີນອອກຖະແຫລງການ ເລື່ອງການຂຶ້ນພາສີນໍ້າມັນດິບ, ເຄື່ອງຈັກເພື່ອກະສິກໍາ, ລົດທີ່ມີຂະໜາດເຄື່ອງຈັກໃຫຍ່ເກີນ 2,000 ຊີຊີ ແລະ ລົດກະບະ ໃນອັດຕາເພີ່ມຈາກເກົ່າອີກ 10%. ຂະນະທີ່ຖ່ານຫີນບາງປະເພດ, ນໍ້າມັນດິບ ແລະ ແກັສທໍາມະຊາດເຫລວ (LNG) ຜະເຊີນອັດຕາພາສີເພີ່ມອີກ 15% ໂດຍມາດຕະການທັງໝົດຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 10 ກຸມພານີ້.
ຂະນະດຽວກັນ, ຖະແຫລງການຂອງກະຊວງການຄ້າຈີນລະບຸວ່າ: ໄດ້ເພີ່ມຊື່ບໍລິສັດຂອງອາເມລິກາອີກສອງແຫ່ງ ໄດ້ແກ່ ອິລູມິນາ ເຊິ່ງເປັນບໍລິສັດດ້ານເຕັກໂນໂລຊີຊີວະພາບ ແລະ ບໍລິສັດ ພີວີເອຊ ເຊິ່ງເປັນເຈົ້າຂອງຍີ່ຫໍ້ ຄາລວິນ ໄຄລນ໌ ແລະ ທອມມີ ຮິລຟິເກີ ເຂົ້າສູ່ລາຍຊື່ “ບໍລິສັດທີ່ບໍ່ໜ້າໄວ້ວາງໃຈ” ເນື່ອງຈາກບໍລິສັດທັງສອງແຫ່ງລະເມີດຫລັກການພື້ນຖານທາງການຕະຫລາດ.
ນອກຈາກນີ້, ກະຊວງການຄ້າຈີນເພີ່ມຄວາມເຂັ້ມງວດໃນການສົ່ງອອກແຮ່ທາດຫາຍາກ 25 ປະເພດ ແລະ ການຮ້ອງຮຽນຕໍ່ອົງການການຄ້າໂລກ (WHO) ກ່ຽວກັບກໍລະນີລັດຖະບານອາເມລິກາຂອງປະທານາທິບໍດີ ໂດນັລ ທຣໍາ ເພີ່ມກໍາແພງພາສີຕໍ່ສິນຄ້າຂອງຈີນອີກ 10% ເຊິ່ງມີຜົນແຕ່ວັນທີ 4 ກຸມພາ ວ່າເປັນການລະເມີດກົດລະບຽບຂອງການຄ້າສາກົນຢ່າງຮ້າຍແຮງ.
ອີກດ້ານໜຶ່ງ, ສໍານັກງານກວດສອບຕະຫລາດແຫ່ງລັດຂອງຈີນ ປະກາດການເລີ່ມກວດສອບການດໍາເນີນງານຂອງບໍລິສັດກູເກິລຢູ່ຈີນ ເນື່ອງຈາກມີຫລັກຖານໃຫ້ສົງໄສວ່າ: ຜູ້ປະກອບການຂ້າມຊາດດ້ານເຕັກໂນໂລຊີລາຍໃຫຍ່ຈາກອາເມລິກາແຫ່ງນີ້ ລະເມີດກົດໝາຍຕໍ່ຕ້ານການຜູກຂາດທາງການຄ້າ.