ເລື່ອງ ນາງສຳແດງ

- Untitled 1 - ເລື່ອງ ນາງສຳແດງ
- kitchen vibe - ເລື່ອງ ນາງສຳແດງ

ໂດຍ: ດັ້ນກີບເມກ

ດັ້ນກີບເມກໄດ້ຂຽນເລື່ອງ ທ້າວ ຄຳຄື ທີ່ມີຕົວຕົນໂດດເດັ່ນໃນສັງຄົມດ້ານ ສີປາກ ສ້າງພາບກິນຜົນງານ ຫຼື ກິນຫົວຄົນອື່ນ ປາກົດມີຫາງສຽງໃນສັງຄົມສະແດງຄວາມເຫັນວ່າ ຜູ້ທີ່ຄຽງຄູ່ກັນມາກັບ ທ້າວຄຳຄື ກໍແມ່ນ ນາງ ສຳແດງ ທີ່ສ້າງບົດບາດ ແລະ ພາບພົດບໍ່ນ້ອຍໜ້າໄປກວ່າ ທ້າວ ຄຳຄື ເຊິ່ງ ນາງ ສຳແດງນີ້ ອາດມີຢູ່ທັງໃນກົງຈັກການຈັດຕັ້ງທັງລັດ ແລະ ເອກະຊົນ ເພາະລັກສະນະ ນາງ ສຳແດງນີ້ ເວລານາງເວົ້າຈາປາໄສ ກໍ່ມີນ້ຳສຽງມ່ວນຊວນຟັງ.

- Visit Laos Visit SALANA BOUTIQUE HOTEL - ເລື່ອງ ນາງສຳແດງ
- Visit Laos Visit SALANA BOUTIQUE HOTEL - ເລື່ອງ ນາງສຳແດງ

ຜູ້ຂຽນເອງເຄີຍພົບພໍ້ ຄົນປະເພດແບບນາງສຳແດງນີ້ ເຊິ່ງສັງເກດໄດ້ວ່າ: ຜູ້ກ່ຽວຈະມີຄົນຮູ້ຈັກຫຼາຍຄົນທົ່ວສັງຄົມ ເພາະເວລາເອີ່ຍເຖິງຜູ້ໃຫຍ່ຫຼາຍຄົນ ນາງກໍ່ຮູ້ໄປໝົດທຸກຄົນ ເວົ້າກໍ່ຄ່ອງຄື ແລະ ບໍ່ພຽງເທົ່ານັ້ນ ນາງ ສຳແດງ ຍັງມີສາຍເລືອດກວ້າງ ຍາວ ທາງຍາດຕິພີ່ນ້ອງ ເມື່ອເອີ່ຍເຖິງຄົນມີບົດບາດໃນສັງຄົມບາງຄົນ ເພິ່ນກໍ່ບອກວ່າເປັນພີ່ນ້ອງຂອງເພິ່ນ ຖ້າທຽບໃສ່ເຄືອໄມ້ ກໍຄົງນັບເປັນຫຼາຍພັນເຄືອ ຫຼື ຈະອາດເວົ້າໄດ້ວ່າ ນາງ ພັນເຄືອ, ນາງສຳແດງມີລັກສະນະທ່າທາງແຕ່ງໂຕດີມີຖານະ, ໃສ່ເຄື່ອງປະດັບແຕ່ງໂຕຄົບຊຸດ ຈົນສັງຄົມເວົ້າວ່າ ຕຸ້ຄຳເຄື່ອນທີ່ພຸ້ນລະ!

ນາງ ສຳແດງ (ເວົ້າສະເພາະ) ບາງຄົນທີ່ເຮັດທຸລະກິດ ກໍຈະແລ່ນເຂົ້າຫາຜູ້ມີບົດບາດຕຳແໜ່ງທາງການຈັດຕັ້ງ ແລະ ສັງຄົມ, ນາງເກັ່ງເລື່ອງອ້າງເຫດຜົນ, ເວົ້າຈາປາໄສຄ່ອງຫູ, ເວົ້າຄ່ອງເວົ້າຄືແທ້ໆ ເຊິ່ງຜູ້ມັກຟັງ ນາງ ສຳແດງໂຊລີລາການເວົ້າຈາປາໄສກໍແມ່ນຜູ້ອາວຸໂສບາງຄົນ ທີ່ພໍຈະມີປະໂຫຍດນຳກັນໄດ້, ເບີ່ງອີກແບບໜຶ່ງ ອາດເຂົ້າທຳນອງ ປີງ ພົບກັບ ທາກ ໄປຮ່ວມທາງກັນຢ່າງລ່ຽນໄຫຼ ນາງ ສຳແດງ ບາງຄັ້ງກໍຫຼົງບົດບາດຕົນເອງ ເຖິງຈະເປັນພະນັກງານ ແຕ່ຊ້ຳພັດຫຼີ້ນບົດບາດດ້ານທຸລະກິດຫຼາຍກວ່າການຕັ້ງໃຈເຮັດວຽກຕາມໜ້າທີ່ ເພາະເຫັນໄດ້ວ່າໜ້າວຽກບໍ່ໄປບໍ່ມາກໍ່ບໍ່ສົນໃຈ ແນວວ່າມີຜູ້ໜູນຫຼັງແອບແຝງຢູ່,

ນີ້ ຜູ້ຂຽນພຽງແຕ່ນຳສະເໜີ ປາກົດການຫາງສຽງສະທ້ອນຈາກສັງຄົມ ເພື່ອແລກປ່ຽນນຳກັນວ່າ ການແຕ່ງຕັ້ງຄົນໃສ່ໜ້າວຽກ, ການສ້າງຄວາມຈະເລີນໃຫ້ສ່ວນລວມນັ້ນ ຄວນເຮັດຕາມຄວາມຖືກຕ້ອງເໝາະສົມ ບໍ່ແມ່ນເຮັດຖືກໃຈ ຂໍຝາກຄະຕິເຕືອນໃຈວ່າ : ການເຮັດວຽກເພື່ອໄຕ່ເຕົ້າສູ້ຄວາມກ້າວໜ້ານັ້ນມັນບໍ່ງ່າຍເທົ່າກັບເອົາຢ່າງອື່ນໄຕ່ໃດ໋ເນີ ເວົ້າສະເພາະບຸກຄົນເນີ

- 4 - ເລື່ອງ ນາງສຳແດງ
- 3 - ເລື່ອງ ນາງສຳແດງ
- 5 - ເລື່ອງ ນາງສຳແດງ