• [vc_row css_animation="bounceInRight"][vc_column css_animation="bounceInRight"][thim-news-ticker title="Breaking news" posts_per_page="10" order="ASC"][/vc_column][/vc_row]

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

- 476116157 1093941972760108 3780581230547708775 n - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024
- kitchen vibe - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

ຕອນບ່າຍ ວັນທີ 5 ກຸມພາ 2025 ນີ້, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະຊຸມໂຕະມົນ ປະຈຳປີ 2024, ໂດຍການນຳພາຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024 ໃຫ້ ທ່ານ ນາຍົກລັດຖະມົນຕີ ໃນນາມເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ຊາບ ແລະ ມີທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນ ໃຫ້ບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ ນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນຳວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ຕໍ່ ສປປ ລາວ. ສໍາລັບກອງປະຊຸມໂຕະມົນປະຈຳປີ 2024 ໃນຄັ້ງນີ້ ຖືເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລືກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ສຳລັບປີ 2024, ທິດທາງແຜນການປີ 2025 ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030),

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

ບົດລາຍງານຄວາມຄືບໜ້າກ່ຽວກັບ ການກະກຽມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແລະ ຜົນການເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍອະນາຄົດ ທີ່ສຳນັກງານຂ້າຫລວງໃຫຍ່ອົງການສະຫະປະຊາຊາດ, ນະຄອນນີວຢອກ ປະເທດ ສະຫະລັດອາເມລິກາ, ຜົນສຳເລັດຂອງການປຶກສາຫາລືຂອງກຸ່ມສົນທະນາ 2 ຫົວຂໍ້ສຳຄັນໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ, ການເງິນ ແລະ ການພັດທະນາດ້ານຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ລາຍງານການຮ່ວມມືເພື່ອການພັດທະນາ (ຜົນການສໍາຫລວດຮອບ 4 ຂອງການເປັນຄູ່ຮ່ວມເພື່ອການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ແລະ ຜົນການທົບທວນແຜນດໍາເນີນງານຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ), ເຖິງວ່າ ສປປ ລາວ ຜະເຊີນ ກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາ ທີ່ຈະສຶບຕໍ່ສະໜັບສະໜູນຊ່ວຍເຫລືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

- 476116040 1093941942760111 7336214859134178557 n 1 1024x683 - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

ຂໍ້ມູນ-ພາບ: ກົມປະຊາສໍາພັນ ຫສນຍ

- 3 - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024
- 4 - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024
- 5 - ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024