ອາເຈນຕິນາກຽມລາອອກຈາກການເປັນສະມາຊິກອົງການອະນາໄມໂລກ

ລັດຖະບານອາເຈນຕິນາກຽມຖອນຕົວອອກຈາກການເປັນສະມາຊິກອົງການອະນາໄມໂລກ.
ທໍານຽບລັດຖະບານອາເຈນຕິນາອອກຖະແຫງການວ່າ: ປະທານາທິບໍດີ ຂາບິເອມິເລ ຜູ້ນໍາອາເຈນຕິນາ ມີຄໍາສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງກຽມຖອນຕົວອອກຈາກການເປັນສະມາຊິກອົງການອະນາໄມໂລກ (WHO) ເພື່ອໃຫ້ອາເຈນຕິນາສາມາດດໍາເນີນນະໂຍບາຍທີ່ກ່ຽວຂ້ອງໄດ້ຢ່າງຍືດຍຸ່ນຂຶ້ນ ແລະ ບໍລິຫານຊັບພະຍາກອນທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.
ນັບແຕ່ຮັບຕໍາແໜ່ງໃນເດືອນທັນວາ 2023 ທ່ານ ມິເລ ໃຊ້ມາດຕະການຮັດສາຍແອວແບບເຄັ່ງຕຶງ ລວມທັງການຄວບຄຸມຄ່າໃຊ້ຈ່າຍຂອງລັດຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ, ມາດຕະການດັ່ງກ່າວພັດເພີ່ມອັດຕາຄວາມທຸກຍາກໃນປະເທດ ເຖິງວ່າອາເຈນຕິນາມີສະຖິຕິເກີນດຸນການຄ້າສູງສຸດເປັນປະຫວັດສາດ ໃນປີ 2024, ແຕ່ສ່ວນໜຶ່ງເປັນຜົນມາຈາກການສົ່ງອອກ ແລະ ການໃຊ້ຈ່າຍຂອງທຸກພາກສ່ວນຫລຸດລົງ.
ນອກຈາກນີ້, ທ່ານ ມິເລ ບໍ່ເຄີຍປິດບັງຄວາມມັກຮັກສ່ວນຕົວ ທີ່ມີຕໍ່ປະທານາທິບໍດີ ໂດນັລ ທຣໍາ ເຊິ່ງລົງນາມໃນຄໍາສັ່ງຝ່າຍບໍລິຫານໃຫ້ລັດຖະບານວໍຊິງຕັນຖອນຕົວອອກຈາກການເປັນສະມາຊິກ WHO ນັບແຕ່ມື້ທໍາອິດທີ່ກັບມາຮັບຕໍາແໜ່ງຜູ້ນໍາອາເມລິກາສະໄໝທີສອງ ໃນວັນທີ 20 ມັງກອນຜ່ານມາ.