ວົງການບານເຕະຕະລຶງ ຣູນີ ໂຊຍິງເກີນເຄິ່ງສະໜາມ

ເວນ ຣູນີ ກອງໜ້າ ເອຟເວີຕັນ ສ້າງຄວາມຮືຮາດ້ວຍການຍິງໄກຈາກຕອນຢູ່ໃນເບື້ອງຕົນເອງ ໃນເກມທີ່ຖະຫລົ່ມ ເວສແຮມ 4-0 ແລະ ເປັນລູກທີສາມຂອງ ຣູນີ ໃນເກມນີ້.
https://www.youtube.com/watch?v=3Z10jtOX4g4
ເວນ ຣູນີ ກອງໜ້າປະສົບການສູງຂອງ ເອຟເວີຕັນ ໂຊລູກຍິງສຸດງາມເກີນເຄິ່ງສະໜາມໃນການແຂ່ງຂັນ ພຣີເມຍລີກ ອັງກິດ ນັດທີ່ຊ່ວຍໃຫ້ທີມເປີດສະໜາມ ກູດິສັນ ພາຣກ ເອົາຊະນະ ເວສແຮມ ຢູໄນເຕັດ 4-0 ໃນວັນທີ 29 ພະຈິກຜ່ານມາ.
ໃນນາທີ 66 ເຊິ່ງເປັນຕອນທີ່ເຈົ້າຖິ່ນນຳຢູ່ 2-0 ນັ້ນ ໂຈ ຮາດ ຜູ້ຮັກສາປະຕູ ເວສແຮມ ຕັດສິນໃຈອອກມາຕັດບານບໍລິເວນນອກກອບເຂດໂທດ ໂດຍ ໂຈ ຮາດ ສະໄລບານຈົນເຮັດໃຫ້ບານແລ່ນໄປຮອດເບື້ອງຂອງ ເອຟເວີຕັນ ແລະ ບານໄປຫາ ຣູນີ ພໍດີ.
ຫລັງຈາກເຫັນວ່າ ຮາດ ອອກມາໄກຈາກປະຕູ ຣູນີ ເລີຍຕັດສິນໃຈຍິງທັນທີ ແລະ ບານກໍລອຍເຂົ້າໄປໃນຕາໜ່າງ ເຊິ່ງຖືເປັນລູກທີສາມຂອງນັກເຕະຊາວອັງກິດໃນເກມນີ້.