ບໍລິສັດ ທາງລົດໄຟລາວ-ຈີນ ຊີ້ແຈງເຫດ ປະເດັນຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟ ທີ່ສະຖານີວັງວຽງ

ວັນທີ 7 ກຸມພາ 2025 ນີ້, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຊີ້ແຈງກ່ຽວກັບເຫດການທີ່ຜູ້ໂດຍສານຕ່າງປະເທດບໍ່ທັນລົດໄຟທີ່ສະຖານີວັງວຽງ ໃນວັນທີ 4 ກຸມພາທີ່ຜ່ານມາ ດັ່ງລາຍລະອຽດລຸ່ມນີ້:
ໃນເວລາ 11:35:22 ຂອງວັນທີ 4 ກຸມພາ 2025 ທີ່ສະຖານີລົດໄຟວັງວຽງ, ມີຜູ້ໂດຍສານ 3 ຄົນ ໃນນັ້ນ, 2 ຄົນແມ່ນຊາວຕ່າງປະເທດ, 1 ຄົນເປັນຊາວລາວ ໄດ້ມາຮອດສະຖານີພ້ອມດ້ວຍປີ້ລົດໄຟຖ້ຽວ C97 ທີ່ຈະເດີນທາງໄປຍັງນະຄອນຫລວງວຽງຈັນ, ແຕ່ກຳນົດເວລາຂອງການແລ່ນລົດຖ້ຽວດັ່ງກ່າວ ແມ່ນ 11:38 ແລະ ໃນເວລານັ້ນສະຖານີໄດ້ຢຸດແຈ້ງປີ້ຂອງຖ້ຽວດັ່ງກ່າວໄປຕາມລະບຽບແລ້ວ.
ຕາມລະບຽບກ່ຽວກັບການຂົນສົ່ງໂດຍສານຂອງທາງລົດໄຟ ທີ່ໄດ້ຜ່ານການຮັບຮອງຈາກພາກສ່ວນກ່ຽວຂ້ອງໄດ້ກຳນົດວ່າ: ກ່ອນລົດໄຟອອກເດີນທາງ, ສະຖານີຈະຢຸດແຈ້ງປີ້ຂອງຖ້ຽວດັ່ງກ່າວຕາມກົດລະບຽບ ເຊິ່ງໄດ້ມີແຈ້ງຢູ່ໃນກະດານ ແລະ ໜ້າຈໍສະແດງຂໍ້ມູນໃນສະຖານີເປັນພາສາລາວ, ພາສາຈີນ ແລະ ພາສາອັງກິດ.
ຕໍ່ກັບສະຖານະການດັ່ງກ່າວ, ພະນັກງານໂດຍສານສະຖານີໄດ້ຍຶດໝັ້ນໃນຄວາມປອດໄພຂອງຜູ້ໂດຍສານ ແລະ ອະທິບາຍໃຫ້ຜູ້ໂດຍສານວ່າ ສະຖານີໄດ້ຢຸດການແຈ້ງປີ້ ແລະ ຈະບໍ່ສາມາດເຂົ້າສະຖານີໄປຂຶ້ນລົດໄດ້, ແຕ່ສາມາດເຂົ້າໄປທີ່ຫ້ອງຂາຍປີ້ເພື່ອປ່ຽນປີ້ໄດ້. ຜູ້ໂດຍສານຊາວລາວຄົນໜຶ່ງປະຕິບັດຕາມຄຳແນະນຳຂອງພະນັກງານ ແລະ ໄດ້ໄປຫ້ອງຂາຍປີ້ເພື່ອປ່ຽນປີ້ຂອງເພິ່ນ, ຜູ້ໂດຍສານຕ່າງປະເທດ 2 ຄົນບໍ່ຟັງຄຳອະທິບາຍຂອງພະນັກງານສະຖານີ, ຢືນຢັນຈະເຂົ້າໄປຂຶ້ນລົດໄຟ ເພື່ອຫລີກເວັ້ນບໍ່ໃຫ້ມີການໂຕ້ຖຽງກັນ, ພະນັກງານປະຈຳສະຖານີຈຶ່ງແຈ້ງໃຫ້ເຈົ້າຫນ້າທີ່ຮັກສາຄວາມປອດໄພ ມາຊ່ວຍແກ້ໄຂສະຖານະການໃນຕອນນັ້ນ ແລະ ຜູ້ໂດຍສານກໍໄດ້ອອກສະຖານີໄປ.
ທາງລົດໄຟລາວ-ຈີນ ຍິນດີທີ່ຈະອໍານວຍຄວາມສະດວກທຸກຢ່າງໃຫ້ແກ່ຜູ້ໂດຍສານ, ແຕ່ເລື່ອງຄວາມປອດໄພເປັນວຽກບູລິມະສິດໃນການດຳເນີນງານຂອງທາງລົດໄຟ ຍ້ອນມີພະນັກງານ, ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ອ້າຍນ້ອງທະຫານຕຳຫລວດ ທຸກໆຄົນ ທີ່ຮ່ວມກັນປະກອບສ່ວນປະຕິບັດຕາມພາລະໜ້າທີ່ ພວກເຮົາຈິ່ງສາມາດຮັກສາຄວາມປອດໄພຂອງການແລ່ນລົດ ກໍຄືຊີວິດຂອງຜູ້ໂດຍສານທີ່ມາຊົມໃຊ້ ແລະ ຄວາມສຸກຂອງຄອບຄົວຜູ້ຢູ່ເບື້ອງຫລັງ, ພວກເຮົາຈິ່ງໄດ້ປະສົບຜົນສຳເລັດໃນການດຳເນີນງານຢ່າງປອດໄພ ໃນໄລຍະ 3 ປີກວ່າທີ່ຜ່ານມາ. ໃນແຕ່ລະວັນ ທັງເວັນແລະຄືນນັ້ນ, ພະນັກງານ ແລະ ເຈົ້າໜ້າທີ່ທຸກຄົນ ໄດ້ມີການກວດກາຄວາມປອດໄພຂອງແລວທາງ ແລະ ລະບົບລົດໄຟຢ່າງລະອຽດຮອບຄອບ ຕາມມາດຕະຖານແລະເຕັກນິກສະເພາະຂອງລົດໄຟ. ກ່ອນລົດໄຟຈະອອກເດີນທາງ, ພະນັກງານເຈົ້າໜ້າທີ່ຢູ່ເທິງລົດໄຟ ແລະ ຢູ່ໃນສະຖານີ ແມ່ນຍັງຕ້ອງຮ່ວມກັນເຮັດໜ້າທີ່ເຝົ້າລະວັງ ແລະ ຮັບປະກັນຄວາມປອດໄພຂອງໂຕລົດໄຟ ແລະ ສະພາບແວດລ້ອມອ້ອມຂ້າງ.
ເພາະສະນັ້ນ, ຂໍ້ມູນທີ່ຖືກເຜີຍແຜ່ລົງໃນສື່ສັງຄົມອອນລາຍ ທີ່ວ່າຕອນຜູ້ໂດຍສານມາຮອດສະຖານີແມ່ນຍັງເຫລືອເວລາກ່ອນລົດອອກ 10 ກວ່ານາທີ ແລະ ຕຳນິວ່າພະນັກງານເຈົ້າໜ້າທີ່ບໍ່ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານດັ່ງກ່າວນັ້ນ ເຫັນວ່າບໍ່ມີມູນຄວາມຈິງ.
ນອກຈາກນັ້ນ, ບໍລິສັດ ທາງລົດໄຟລາວ-ຈີນ ຍັງແຈ້ງຕື່ມວ່າ: ຍາມໃດທາງບໍລິສັດກໍເອົາໃຈໃສ່, ໃຫ້ຄວາມສຳຄັນຕໍ່ຜູ້ໂດຍສານທຸກທ່ານ ທີ່ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ແລະ ມີຄວາມຫວັງດີຢາກໃຫ້ຜູ້ໂດຍສານທຸກທ່ານ ເດີນທາງໄດ້ຕາມແຜນກຳນົດເວລາຢ່າງປອດໄພ. ດັ່ງນັ້ນ, ພວກເຮົາຈິ່ງຂໍຮຽກຮ້ອງໃຫ້ຜູ້ໂດຍສານທີ່ຮັກແພງຫມົດທຸກທ່ານ ຊ່ວຍເອົາໃຈໃສ່ໃນການຈັດສັນເວລາການເດີນທາງໃຫ້ເໝາະສົມ ເພື່ອໃຫ້ການເດີນທາງຂອງທ່ານມີຄວາມລາບລື່ນ ແລະ ໄປຮອດຈຸດໝາຍປາຍທາງຢ່າງສະຫວັດດີພາບ ດັ່ງທີ່ພວກເຮົາ ແລະ ຄອບຄົວຂອງທ່ານປາດຖະໜາດ້ວຍ.