WHO ກ່າວວ່າ ຫວຽດນາມສ່ຽງພະຍາດໝາກລະບາດໜັກ

ສໍານັກຂ່າວຫວຽດນາມ (VNA) ລາຍງານໃນວັນທີ 7 ກຸມພາວ່າ: ອົງການອະນາໄມໂລກ (WHO) ໄດ້ປະເມີນຄວາມສ່ຽງຈະເກີດການລະບາດຂອງພະຍາດໝາກແດງ (Measles) ຢູ່ຫວຽດນາມວ່າມີຄວາມສ່ຽງສູງ ແລະ ແນະນໍາໃຫ້ມີການປຸກລະດົມສັກວັກຊີນຢູ່ແຂວງ ແລະ ເມືອງທີ່ມີຄວາມສ່ຽງສູງ ລວມທັງເຂດທີ່ກໍາລັງພົບຜູ້ເປັນພະຍາດໝາກແດງເປັນກຸ່ມກ້ອນ.
WHO ແນະນໍາໃຫ້ແຂວງ ແລະ ເມືອງທີ່ມີຄວາມສ່ຽງຕໍ່າ ແລະ ປານກາງດໍາເນີນການທົບທວນການສັກວັກຊີນເພີ່ມຕື່ມສໍາລັບເດັກທີ່ບໍ່ໄດ້ຮັບວັກຊີນ ເນື່ອງຈາກການລະບາດຂອງເຊື້ອໄວຣັສໂຄວິດ-19.
ໃນປີ 2024 ຫວຽດນາມໄດ້ລາຍງານຈໍານວນຜູ້ສົງໄສວ່າເປັນພະຍາດໝາກແດງ 45,550 ກວ່າຄົນ ລວມທັງຜູ້ທີ່ໄດ້ຮັບການຢືນຢັນແລ້ວ 7,583 ຄົນ ແລະ ຜູ້ເສຍຊີວິດ 16 ຄົນທີ່ມີການກ່ຽວຂ້ອງກັບພະຍາດໝາກແດງ.
ກະຊວງສາທາລະນະສຸກຂອງຫວຽດນາມເປີດເຜີຍວ່າ: ກໍລະນີສ່ວນຫລາຍກ່ຽວຂ້ອງກັບເດັກທີ່ບໍ່ໄດ້ຮັບວັກຊີນ ຫລື ໄດ້ຮັບວັກຊີນບໍ່ພຽງພໍ ຫລື ເດັກທີ່ມີອາຍຸນ້ອຍເກີນໄປຈະຮັບວັກຊີນ.
ປະມານ 25% ຂອງຜູ້ຕິດເຊື້ອເປັນເດັກອາຍຸບໍ່ຮອດ 9 ເດືອນ ເຊິ່ງເປັນກຸ່ມທີ່ຍັງບໍ່ເຂົ້າເກນໄດ້ຮັບການສັກວັກຊີນປ້ອງກັນພະຍາດໝາກແດງ.
ສໍານັກຂ່າວຊິນຮົວລາຍງານວ່າ: ຫວຽດນາມເລີ່ມປຸກລະດົມສັກວັກຊີນປ້ອງກັນພະຍາດໝາກແດງສໍາລັບເດັກອາຍຸ 1-10 ປີໃນ 31 ແຂວງນັບແຕ່ເດືອນກັນຍາ 2023 ແລະ ໄດ້ຮ່າງແຜນປ້ອງກັນພະຍາດໝາກແດງສໍາລັບພື້ນທີ່ສ່ຽງສູງໃນປີນີ້.