ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ

- 1512034307815 960x0 - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ
- kitchen vibe - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ

ລັດຖະມົນຕີ​ກຸ່ມ​ໂອ​ເປ​ກ ​ແລະ ປະ​ເທດ​ຜູ້​ຜະລິດ​ນ້ຳມັນ​ລາຍ​ໃຫຍ່ຮ່ວມ​ປະຊຸມ​ກັນ​ໃນ​ວັນ​ທີ 30 ພະຈິກ​ນີ້ ທ່າມກາງ​ການ​ຄາດໝາຍ​ວ່າ​ກອງ​ປະຊຸມ​ຈະ​ຕົກລົງ​ຂະຫຍາຍ​ເວລາ​ຫລຸດ​ປະລິມານ​ການ​ຜະລິດ​ນ້ຳມັນ​ອອກ​ໄປ​ອີກ.

ລາຄາ​ນ້ຳມັນ​ດິບ​ໂດຍ​ທົ່ວ​ໄປ​ປິດ​ຕະຫລາດ​ຢູ່​ບາ​ເຣລລະ 60 ​ໂດ​ລາ ​ເພີ່ມ​ຂຶ້ນ​ເກືອບ 20% ຈາກ​ປີ​ກ່ອນ. ການ​ທີ່​ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນສູງ​ສຸດ​ໃນ​ຮອບ 2 ປີ ​ເຮັດ​ໃຫ້​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (​ໂອ​ເປ​ກ) ​ແລະ ປະ​ເທດ​ຜູ້​ຜະລິດ​ນ້ຳມັນ​ລາຍ​ໃຫຍ່​ນອກ​ກຸ່ມ​ໂອ​ເປ​ກ ມີ​ທ່າ​ອ່ຽງຈະ​ເຫັນ​ພ້ອມ​ກັນ​ໃນ​ກອງ​ປະຊຸມ​ວ່າ: ຈະ​ຂະຫຍາຍ​ເວລາ​ຫລຸດ​ປະລິມານ​ການ​ຜະລິດ​ນ້ຳມັນ​ດິບ​ຕໍ່​ໄປ​ວັນ​ລະ 1,8 ລ້ານ​ບາ​ເຣລ. ທ່ານ ຈັບບາຣ ອາລີ ຮຸ​ສ​ເຊ​ນ ອັດ​ລູ​ເອບີ ລັດຖະມົນຕີ​ນ້ຳມັນ​ອີຣັກ ກ່າວ​ກ່ອນ​ກອງ​ປະຊຸມ​ວ່າ: ລັດຖະມົນຕີ​ໂອ​ເປ​ກທັງ​ໝົດ​ມີ​ຄວາມ​ເຫັນ​ກົງກັນ​ວ່າ​ຈະ​ຂະຫຍາຍ​ເວລາ​ຫລຸດ​ປະລິມານ​ການ​ຜະລິດ​ອອກ​ໄປ​ຈົນ​ກວ່າ​ຈະ​ຮອດ​ປີໜ້າ.

- Visit Laos Visit SALANA BOUTIQUE HOTEL - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ
- Visit Laos Visit SALANA BOUTIQUE HOTEL - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ
- 3 - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ
- 5 - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ
- 4 - ຄາດວ່າລັດຖະມົນຕີໂອເປກຈະຂະຫຍາຍ ເວລາຫລຸດການຜະລິດນ້ຳມັນ