ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - 476160471 1186733830129098 8245541697439885004 n - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ
ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - kitchen vibe - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ

ວັນທີ 7 ກຸມພາ ປີ 2025 ທີ່ນິວຢອກ, ສ.ອາເມຣິກາ. ສປປ ລາວ ໄດ້ເຂົ້າຮ່ວມເປັນສະມາຊິກ ຄະນະກຳມະການບໍລິຫານງານ ຂອງອົງການອຸຍນີເຊັບ ຢ່າງເປັນທາງ ການ ສຳລັບໄລຍະປີ 2025-2027, ພາຍຫຼັງການເລືອກຕັ້ງ ໂດຍສະພາເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດ (ECOSOC) ໃນເດືອນເມສາ ປີ 2024. ຄັ້ງນີ້ຖືເປັນຄັ້ງທີສອງທີ່ ສປປ ລາວ ໄດ້ຮັບບົດບາດໜ້າທີເປັນສະມາຊິກ ຄະນະກຳ ມະການບໍລິຫານງານ ຂອງອົງການອຸຍນີເຊັບ, ເຊີ່ງຄັ້ງທຳອິກເເມ່ນໃນເທີມປີ 2001-2003.

ຄະນະກຳມະການບໍລິຫານງານຂອງ ອົງການອຸຍນີເຊັບ ປະກອບດ້ວຍ ປະເທດພາຄີຂອງອົງການສະຫະປະຊາຊາດ 36 ປະເທດ ເຊິ່ງໄດ້ຮັບການເລືອກຕັ້ງໂດຍ ECOSOC ໃຫ້ດໍາລົງຕໍາແໜ່ງເປັນວາລະ 3 ປີ. ຄະນະກໍາມະການບໍລິຫານງານດັ່ງກ່າວມີໜ້າທີ່ກວດກາວຽກງານຂອງອົງການອຸຍນີເຊັບ, ອະນຸມັດນະໂຍບາຍ ເເລະ ຮັບປະກັນຄວາມຮັບຜິດຊອບໃນອົງການ. ພ້ອມນີ້, ຄະນະກຳມະການບໍລິຫານງານ ຍັງມີໜ້າທີ່ຕິດຕາມກວດກາການປະຕິບັດໂຄງການ, ອະນຸມັດງົບປະມານ ເເລະ ເເຜນວຽງງານລະດັບປະເທດ, ພ້ອມຍັງໃຫ້ຄຳປຶກສາກ່ຽວກັບໂຄງການໃໝ່ໆທີ່ສອດ ຄ່ອງກັບທິດຊີ້ນຳຈາກນະໂຍບາຍຂອງສະມັດຊາໃຫຍ່ ແລະ ECOSOC.

ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ
ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ

ໃນກອງປະຊຸມສະໄໝສາມັນຄັ້ງທຳອິດ ຂອງຄະນະກຳມະການບໍລິຫານງານ ໄດ້ຈັດຂຶ້ນໃນວັນທີ 4-7 ກຸມພາ ປີ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ໄດ້ໃຫ້ຄຳເຫັນວ່າ: “ສປປ ລາວ ຮູ້ສຶກເປັນກຽດທີ່ໄດ້ຮັບໜ້າທີ່ໃນ ຄະນະກຳມະການບໍລິ ຫານງານ ຂອງອົງການອຸຍນີເຊັບ ອີກຄັ້ງ. ໃນຕະຫຼອດຫຼາຍປີທີ່ຜ່ານມາ, ສປປ ລາວ ໄດ້ເຫັນເຖິງຄວາມມຸ່ງມາດອັນເລິກເຊິ່ງໃນການຮ່ວມມືຂອງອົງການອຸຍນີເຊັບ ກັບ ລັດຖະບານລາວໃນການພັດທະນາສະຫວັດດີການຂອງເດັກ.

ເຖິງຢ່າງໃດກໍດີ, ສິ່ງທ້າທາຍກໍຍັງຄົງຢູ່ ໂດຍສະເພາະ, ໃນຂະນະທີ່ກຳລັງປະເຊີນໜ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມບໍ່ດຸ່ນດ່ຽງທາງດ້ານເສດຖະກິດ. ສປປ ລາວ ຮຽກຮ້ອງໃຫ້ປະຊາຄົມໂລກປົກປັກຮັກສາ ແລະ ຂະຫຍາຍການລົງທຶນໃນຂໍ້ລິເລີ່ມທີ່ແນໃສ່ເດັກ ເພື່ອຮັບປະກັນໃຫ້ເດັກທຸກຄົນ ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມແມ່ນມີໂອກາດໄດ້ຮັບການຈະເຕີບໃຫຍ່”.
ເພື່ອເປັນການສະເຫຼີມສະຫຼອງການເປັນສະມາຊິກ ຄະນະກຳມະການບໍລິຫານງານ ອີກຄັ້ງຂອງ ສປປ ລາວ, ຄະນະຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນເຈົ້າພາບຈັດງານສະເຫຼີມສະຫຼອງກັບຄະນະຜູ້ຕາງໜ້າຖາວອນແຫ່ງ ອົດສະຕຣາລີ ໂດຍມີສະມາຊິກສະພາບໍລິຫານ, ຄູ່ຮ່ວມພັດທະນາ ແລະ ຜູ້ນຳລະດັບສູງຂອງອົງການອຸຍນີເຊັບ ເຂົ້າຮ່ວມ.

ອົງການອຸຍນີເຊັບ ເປັນຄູ່ຮ່ວມງານທີ່ສຳຄັນຂອງ ສປປ ລາວ ມາເປັນເວລາ 50 ກວ່າປີ, ໂດຍໄດ້ສ້າງຕັ້ງສໍານັກ ງານຫ້ອງການແຫ່ງທຳອິດ ທີ່ນະຄອນຫຼວງວຽງຈັນ ໃນປີ 1973.

ທີ່ມາ: ວິທະຍຸກະຈາຍສຽງ ແຫ່ງຊາດລາວ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - 4 - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ
ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - 5 - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ
ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ - 3 - ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງອົງການອຸຍນີເຊັບ ທີ່ນິວຢອກ ສ.ອາເມຣິກາ