Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ

- 111 6 - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ
- kitchen vibe - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ

      ໄບອິ້ງ (Boeing) ປະກາດໃນວັນທີ 8 ກຸມພາວ່າ: ຈະມີການປົດພະນັກງານໃນໂຄງການສົ່ງຈະຫລວດສູ່ດວງຈັນ Space Launch System ໂດຍຄາດວ່າຈະຫລຸດຕໍາແໜ່ງວຽກລົງປະມານ 400 ຕໍາແໜ່ງ ເນື່ອງຈາກການປັບປຸງໂຄງການອາຣ໌ເທມິສ (Artemis) ຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຫລື ອົງການນາຊາ (NASA) ແລະ ການຄາດຄະເນກ່ຽວກັບຕົ້ນທຶນຂອງໂຄງການດັ່ງກ່າວ.

       ສໍານັກຂ່າວຣອຍເຕີລາຍງານວ່າ: ໂບອິ້ງເຊິ່ງເປັນບໍລິສັດຜູ້ຜະລິດຍົນຈາກຊີແອດເທິລເປີດເຜີຍວ່າ: ຈະອອກໜັງສືແຈ້ງການເລີກຈ້າງທີ່ບໍ່ສະໝັກໃຈເປັນໄລຍະເວລາ 60 ວັນໃຫ້ພະນັກງານທີ່ໄດ້ຮັບຜົນກະທົບໃນອາທິດໜ້າ.

- Visit Laos Visit SALANA BOUTIQUE HOTEL - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ
- Visit Laos Visit SALANA BOUTIQUE HOTEL - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ

       ໂຄສົກຂອງໂບອິ້ງລະບຸຜ່ານອີເມລວ່າ: ພວກເຮົາກໍາລັງເຮັດວຽກຮ່ວມກັບລູກຄ້າ ແລະ ຊອກຫາໂອກາດໃນການຍ້າຍພະນັກງານໄປຕໍາແໜ່ງອື່ນໆໃນບໍລິສັດເພື່ອຊ່ວຍຫລຸດການສູນເສຍຕໍາແໜ່ງງານ.

        ໂຄງການອາຣ໌ເທມິສ ເຊິ່ງມີການປະເມີນຕົ້ນທຶນທໍ 9.3 ໝື່ນລ້ານໂດລາຈົນຮອດປີ 2025 ໄດ້ຮັບການຈັດຕັ້ງໂດຍນາຊາ ເຊິ່ງເປັນໜ່ວຍງານອະວະກາດຂອງອາເມລິກາໃນໄລຍະການບໍລິຫານງານສະໄໝທໍາອິດຂອງປະທານາທິບໍດີ ໂດນັລ ທຣໍາ ເຊິ່ງຖືເປັນຄວາມພະຍາຍາມຕົ້ນຕໍຂອງອາເມລິກາທີ່ຈະສົ່ງນັກບິນອະວະກາດກັບໄປດວງຈັນເປັນຄັ້ງທໍາອິດນັບແຕ່ໂຄງການອາພໍໂລ 17 (Apollo 17) ຂອງນາຊາ.

       ເຖິງຢ່າງໃດກໍຕາມ, ໂຄງການດັ່ງກ່າວມີຄວາມຊັກຊ້າ ແລະ ຕົ້ນທຶນເພີ່ມຂຶ້ນຫລາຍ.

       ໂຄງການ Artemis 2 ທີ່ເຄີຍມີແຜນສົ່ງຈະຫລວດພ້ອມຈຸບິນໄປບິນອ້ອມດວງຈັນໃນທ້າຍປີ 2024 ຕອນນີ້ໄດ້ເລື່ອນໄປເປັນເດືອນກັນຍາ 2025.

      ສ່ວນໂຄງການ Artemis 3 ເຊິ່ງເປັນການລົງຈອດເທິງດວງຈັນຂອງນັກບິນອະວະກາດເປັນຄັ້ງທໍາອິດພາຍໃຕ້ໂຄງການນີ້ ຈະເກີດຂຶ້ນໃນເດືອນກັນຍາ 2026 ແທນທີ່ຈະເປັນທ້າຍປີ 2025 ຕາມທີ່ເຄີຍວາງແຜນໄວ້ກ່ອນໜ້ານີ້.

- 4 - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ
- 5 - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ
- 3 - Boeing ກຽມເລີກຈ້າງພະນັກງານປະມານ 400 ຕໍາແໜ່ງ ພາຍຫລັງນາຊາເລື່ອນໂຄງການສົ່ງຈະຫລວດໄປດວງຈັນ