ປະດັບຫລຽນກາມິດຕະພາບ ໃຫ້ແກ່ສະຖາບັນຄົ້ນຄວ້າເຂົ້າສາກົນ ທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າທົດລອງດ້ານແນວພັນເຂົ້າ ທີ່ມີຄຸນນະພາບ ແລະ ແນວພັນໃໝ່ ຂອງ ສປປ ລາວ

ວັນທີ 6 ກຸມພາ 2025, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າລັດຖະບານລາວ ໄດ້ປະດັບຫຼຽນກາມິດຕະພາບ ແຫ່ງ ສປປ ລາວ ໃຫ້ແກ່ສະຖາບັນຄົ້ນຄວ້າເຂົ້າສາກົນ (IRRI) ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການຄົ້ນຄວ້າທົດລອງດ້ານແນວພັນເຂົ້າ ທີ່ມີຄຸນນະພາບ ແລະ ແນວພັນໃໝ່ ຂອງ ສປປ ລາວ ນັບແຕ່ປີ 2011 ຈົນເຖິງປັດຈຸບັນ ຢູ່ສໍານັກງານໃຫຍ່ IRRI ປະເທດຟິລິບປິນ. ໃນພິທີປະດັບຫຼຽນດັ່ງກ່າວ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງ ໃຫ້ແກ່ ຫົວໜ້າ ແລະ ຊ່ຽວ ຊານດ້ານການຄົ້ນຄວ້າ ຂອງ IRRI ຈຳນວນໜຶ່ງ.
ໃນການເຄື່ອນໄຫວວຽກງານ ຢູ່ຟິລິບປິນໃນຄັ້ງນີ້ ທ່ານ ລັດຖະມົນຕີ ຍັງໄດ້ພົບ ປະກັບ ທ່ານ ນ. ອີວອນເນ ປິນໂຕ (Yvonne Pinto) ຫົວໜ້າສະຖາບັນຄົ້ນຄວ້າເຂົ້າສາກົນ ແລະ ໄດ້ຖອດຖອນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂອງສອງພາກສ່ວນໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ວຽກງານການສຶກສາຄົ້ນຄວ້າແນວພັນເຂົ້າ ຕິດພັນກັບການທົນທານຕໍ່ສະພາບການປ່ຽນ ແປງຂອງດິນຟ້າອາກາດ, ການເພີ່ມສະມັດຖະພາບການຜະລິດ, ການຫຼຸດຜ່ອນການນຳໃຊ້ເຄມີ ແລະ ຮັກສາສິ່ງແວດລ້ອມ, ການພັດທະນາຄວາມອາດສາມາດຂອງນັກຄົ້ນຄວ້າລາວ, ການສະໜັບສະໜູນການສ້າງຄັງແຮແນວພັນ ເຂົ້າ ຢູ່ ສປປ ລາວ, ການສ້າງໂຄງການສຶກສາຄົ້ນຄວ້າດ້ານການປັບປຸງການຜະລິດເຂົ້າ ຕິດພັນກັບຕະຫຼາດ ນັບແຕ່ການພັດທະນາແນວພັນເຂົ້າທີ່ຕະຫຼາດຕ້ອງການ, ຕິດພັນກັບການນຳໃຊ້ເຕັກ ນິກ-ເຕັກໂນໂລຊີ ທີ່ທັນສະໄໝ, ການຫຼຸດຜ່ອນການນຳໃຊ້ແຮງງານ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ການຫຼຸດຜ່ອນການປ່ອຍທາດມີເທນ ແລະ ສິນເຊື່ອກາກບອນໃນນາເຂົ້າ ໂດຍການມີສ່ວນຮ່ວມ ຂອງທັງ 2 ພາກ ສ່ວນ, ຜູ້ຜະລິດ, ຜູ້ໃຫ້ທຶນ ແລະ ຜູ້ປະກອບການຂອງ ສປປ ລາວ.
ນອກຈາກນີ້, ທ່ານ ລັດຖະມົນຕີ ພ້ອມຄະນະ ຍັງໄດ້ ຮັບຟັງການລາຍງານຈາກບັນດາຊ່ຽວຊານ ແລະ ນັກຄົ້ນຄວ້າ ຂອງ IRRI ແລະ ໄດ້ປຶກສາຫາລື ການພັດທະນາການຮ່ວມມື ກ່ຽວກັບ ໂຄງການປັບປຸງການຜະລິດແນວພັນເຂົ້າ ແລະ ການຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ຊຶ່ງເນັ້ນໃສ່ການສຶກສາຄົ້ນຄວ້າ, ການປັບປຸງຄຸນ ນະພາບ ແລະ ໂພຊະນາການ ຂອງແນວພັນເຂົ້າ ໂດຍສະເພາະແນວພັນເຂົ້າ ທີ່ມີທາດນໍ້າຕານຕໍ່າ ແລະ ມີທາດວິຕາມິນທີ່ມີປະໂຫຍດຕ່າງໆ. ນອກຈາກນັ້ນ, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມ ພື້ນທີ່ການທົດລອງແນວພັນເຂົ້າ, ການສາທິດການນຳໃຊ້ໂດຣນ ໃນການໃສ່ຢາໃນພື້ນທີ່ປູກເຂົ້າ, ຢ້ຽມຢາມຫ້ອງວິໄຈ-ທົດລອງ ທາງດ້ານພັນທຸກຳເຂົ້າ ແລະ ທະນາຄານເກັບແນວພັນເຂົ້າ ທີ່ເກັບແນວພັນເຂົ້າໃນທົ່ວໂລກ ຊຶ່ງມີຫຼາຍກວ່າ 130,000 ແນວພັນຈາກທົ່ວໂລກ ແລະ ໃນນັ້ນ ແນວພັນເຂົ້າ ຂອງ ສປປ ລາວ ມີ ຫຼາຍກວ່າ 15,000 ແນວພັນ ຊຶ່ງເປັນອັນດັບ 2 ຂອງໂລກ ຮອງຈາກປະເທດອິນເດຍ.