ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - 476798175 1190333046427541 1852094462453741721 n - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - kitchen vibe - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ຂ່າວເມືອງໄຊພູທອງ ແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 8 ກຸມພາ 2025  ຜ່ານມານີ້ ແຂວງສະຫວັນນະເຂດ ປະກາດຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂອງແຂວງ, ການນຳຂອງເມືອງເຂົ້າຮ່ວມ.

ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ໄດ້ກ່າວລາຍງານຜົນສຳເລັດໃນການນຳສະເໜີພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ພ້ອມທັງກ່າວເປີດງານບຸນນະມັດສະການພຣະທາດໂຜ່ນ ຢ່າງເປັນທາງການວ່າ: ພາຍຫຼັງທີ່ຄະນະທີມງານ ທີ່ມາຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສົມທົບກັບ ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງໄຊພູທອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນຈັດຕັ້ງປະຕິບັດວຽກງານ ການເດີນສໍາຫຼວດພື້ນທີ່ ຕົວຈິງ ແລະ ເກັບກຳຂໍ້ມູນປະຫວັດທີ່ກ່ຽວຂ້ອງກັບ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ ພ້ອມທັງສໍາເລັດການເດີນສໍາຫຼວດ, ບັນດາຈຸດເຂດແດນ ແລະ ອົງປະກອບຕ່າງໆ ທີ່ກ່ຽວຂ້ອງກັບ ຄວາມເປັນມາຂອງ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ; ໄດ້ສໍາຫຼວດກໍານົດຈຸດບັນດາທີ່ຕັ້ງ, ອົງປະກອບຕ່າງໆຂອງວິຊາການເອີ້ນວ່າການຂຶ້ນທະບຽນ, ສໍາເລັດສໍາເນົາເອກະສານນິຕິກໍາຕ່າງໆ ແລະ ສໍາເລັດການນໍາພາປະຊາຊົນບ້ານເຮືອນຫີນ ອະນາໄມພື້ນທີ່, ຮື້ຖອນສິ່ງກີດຂວາງ, ຕັດຕົ້ນໄມ້ຕາມໂຄງສ້າງເຮືອນຫີນ ທີ່ເຫັນວ່າອາດມີຜົນກະທົບຕໍ່ ໂຄງສ້າງສະຖານ ບູຮານໃນປະຈຸບັນ ແລະ ອະນາຄົດ ກຳນົດຈຸດບ່ອນຂາຍດອກໄມ້, ຂັນດອກໄມ້ ໄປໄວ້ບ່ອນທີ່ເໝາະສົມ ເພື່ອບໍ່ໃຫ້ປິດບັງວິວທິວທັດທີ່ສວຍງາມຂອງເຮືອນຫີນ.

ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - Visit Laos Visit SALANA BOUTIQUE HOTEL - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - Visit Laos Visit SALANA BOUTIQUE HOTEL - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ອົງພຣະທາດໂຜ່ນເປັນປູຊະນີຍະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະການ,ແຕ່ອະດີດຈົນເຖິງທຸກວັນນີ້ເຊິ່ງຕາມຕຳນານໄດ້ກ່າວວ່າ: ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118 ,ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫີນເຂົ້າຈີ່(ຫີນໜາມໜໍ່)ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ) ມາຮອດປັດຈຸບັນມີອາຍຸ 2500 ກວ່າປີເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນກໍ່ຄືຊາວພຸດທະບໍລິສັດທີ່ຢູ່ໃກ້ແລະໄກມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂຜ່ນອົງສັດສິດແຫ່ງນີ້ຕະຫຼອດມາ,ເພື່ອເປັນການອະນຸລັກຮັກສາໄວ້ຂະນົບທຳນຽມປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ, ດັ່ງນັ້ນຄະນະພັກ-ອຳນາດການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂຜ່ນປະຈໍາປີ 2025 ຂຶ້ນທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ.

ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - 4 - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - 5 - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ - 3 - ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ