ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ

- 4bffbfb734d04b6793ef29fcc38d7c5c 750 - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ
- kitchen vibe - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ

ຂ່າວ CMG ລາຍງານວ່າ: ວັນທີ 8 ກຸມພາ 2025 ນີ້ ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ ລັດຖະບານ ຈີນ-ໄທ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຫັນ​ໜ້າສູ່ອະນາຄົດ ແລະ ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສາຍ ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງ​ຄູ່ຮ່ວມຊາຕາກຳຈີນ-ໄທທີ່ໝັ້ນຄົງກວ່າເກົ່າ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.

ເນື້ອໃນຖະແຫຼງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເນັ້ນໜັກວ່າ: ພາຍໃຕ້ກົນໄກການຮ່ວມມື ໃນພາກພື້ນຕ່າງໆ ເປັນຕົ້ນ: ກົນໄກການຮ່ວມມືສອງຝ່າຍ ແລະ ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີປາບປາມອາຊະຍາກຳຂ້າມຊາດຕ່າງໆ ໂດຍບໍ່ມີການອົດກັ້ນຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫຼອກລວງຜ່ານທາງໂຄລະຄົມ, ການຄ້າຂາຍຢາເສບຕິດ, ການພະນັນຜ່ານທາງອິນເຕີເນັດທີ່ຜິດກົດໝາຍ, ການຟອກເງິນ ແລະ ອື່ນໆ, ດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ.

- Visit Laos Visit SALANA BOUTIQUE HOTEL - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ
- Visit Laos Visit SALANA BOUTIQUE HOTEL - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ

ສອງຝ່າຍຈະປຶກສາຫາລືຕື່ມອີກກ່ຽວກັບການສ້າງກົນໄກການປະສານງານ ແລະ ການຮ່ວມມື ທີ່ເໝາະສົມໂດຍໄວ ເພື່ອປາບປາມການພະນັນຜ່ານທາງອິນເຕີເນັດ ແລະ ການຫຼອກລວງຜ່ານ ທາງໂທລະຄົມຢ່າງມີປະສິດທິຜົນ ແລະ ເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວຮັກສາຄວາມ ສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານ​ຕຸ​ລາ​ການ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນໃນພາກພື້ນ.

- 4 - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ
- 5 - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ
- 3 - ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫລອກລວງຜ່ານທາງໂທລະຄົມຢ່າງເດັດຂາດ